|
 |
(GMT+08:00)
2005-03-22 14:33:16
|
ໂຄງການຮ່ວມມືເຕັກນິກຜະລິດຝຸ່ນອາສົດທີ່ຈີນຊ່ອຍເຫຼືອຫວຽດນາມໄດ້ສ້າງສຳເລັດຢ່າງເຕັມເມັດເຕັມໜ່ວຍ
cri
Author: li
ຕາມຂ່າວກະຊວງການຄ້າຈີນ: ອີງຕາມການກຳນົດຂອງເອກະສານແລກປ່ຽນທີ່ກ່ຽວຂ້ອງລະຫວ່າງລັດຖະບານຈີນແລະຫວຽດນາມ,ໂຄງການຮ່ວມມືເຕັກນິກບໍລິສັດອຸດສາຫະກຳຝຸ່ນອາສົດຮາບັກຫວຽດນາມທີ່ບໍລິສັດກຸ່ມອຸດສາຫະກຳເຄມີອານຢາງແຂວງເຮີນານຈີນຮັບສ້າງນັ້ນໄດ້ສ້າງສຳເລັດຢ່າງໄດ້ຮັບຜົນເຕັມເມັດເຕັມໜ່ວຍໃນວັນທີ 20 ມີນາປີ 2005. ເມື່ອໄດ້ຮ່ວມມືທາງເຕັກນິກເປັນເວລາໜຶ່ງປີ,ໄດ້ເຮັດໃຫ້ຊ່າງເຕັກນິກຂອງຫວຽດນາມກຳເຕັກນິກກ້າວໜ້າໃນກິດຈະການດັດແປງເຕັກນິກຍິ່ງດີກວ່າເກົ່າ,ຈະຊຸກຍູ້ການຜະລິດຢ່າງປອດໄພ,ຍົກປະສິດທິພາບເສດຖະກິດໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.
|
|
|