ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-24 18:06:32    
ຈີນ​ຈະ​ປົວ​ແປງ​ກົນ​ໄກ​ຊຳ​ລະ​ເຫດ​ການ​ຄວາມ​ສຸກ​ເສີນ​ດ້ານ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ຈະ​ປົວ​ແປງ​ກົນ​ໄກ​ຊຳລະ​ເຫດການ​ສຸກ​ເສີນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​​ໃຫ້​ດີ​ຂຶ້ນຕື່ມ​ອີກ,ວາງ​ແຜນ​ການ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ປະ​ເພດ​ຕ່າງໆ​ເທື່ອ​ລະ​ກ້າວ,​ເພື່ອ​​ແກ້​ເຫດການ​ຄວາມ​ປອດ​ໄພ​ດ້ານອິນ​ເຕີ​ເນັດ​ທີ່​ເພີ່ມ​ຂຶ້ນ​ຫຼວງຫຼາຍ.

​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ເທື່ອ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີນາ ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ອຸດສາ​ຫະກຳ​ຂໍ້​ມູນ​ຂ່າວ​ສານ​ຈີນ​ແນະນຳ​ວ່າ,​ເຫດການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​​ຕົ້ນຕໍ​ແມ່ນ​ລັກ​ແກ້​​ເນື້ອ​ໃນ​ເວັບ​ໄຊ້​ແລະ​ຂີ້​​ເຫຍື້ອ​ອີ​ເມວ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ການ​ລາຍ​ງານ​ເຫດການ​ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​ທີ່​ພະ​ແນກ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ໃນ​ປີ​ກາຍ​ນັ້ນ​​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ​ເກືອບ 4 ​ເທົ່າ.