|
 |
(GMT+08:00)
2005-03-31 20:26:40
|
 |
ຈີນກັບອິນໂດເນເຊຍໄດ້ເຊັນສັນຍາກ່ຽວກັບຈີນຊ່ອຍອິນໂດເນເຊຍສ້າງເຄືອຂ່າຍສະຖານີສັນຍານໄພແຜ່ນດິນໄຫວແລະຄື້ນຊູນາມີ
cri
Author: li
ຕາມຂ່າວ CRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 31 ມີນາ ທ່ານລິວຈຽນຊາວ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການຄືບໜ້າກ່ຽວກັບຈີນຊ່ອຍອິນໂດເນເຊຍສ້າງເຄືອຂ່າຍສະຖານີສັນຍານໄພແຜ່ນດິນໄຫວແລະຄື້ນຊູນາມີ,ທ່ານເວົ້າວ່າ,ຝ່າຍຈີນກັບອິນໂດເນເຊຍໄດ້ເຊັນສັນຍາທີ່ກ່ຽວຂ້ອງກ່ຽວກັບເລື່ອງນີ້.
ທ່ານລິວຈຽນຊາວເວົ້າວ່າ, ເດືອນມັງກອນປີນີ້ ໃນເວລາທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນເຂົ້າຮ່ວມກອງປະຊຸມວິສາມັນຂອງຜູ້ນຳອາຊຽນກ່ຽວກັບບັນຫາຫຼັງແຜ່ນດິນໄຫວແລະຄື້ນຊູນາມີ ທ່ານໄດ້ກ່າວວ່າ,ຈີນຈະຊ່ອຍອິນໂດເນເຊຍສ້າງເຄືອຂ່າຍສະຖານີສັນຍານໄພແຜ່ນດິນໄຫວແລະຄື້ນຊູນາມີ. ສະນັ້ນ ໃນທ້າຍເດືອນກຸມພາ ກົມແຜ່ນດິນໃຫຍ່ຈີນໄດ້ແຕ່ງໜ່ວຍງານໄປອິນໂດເນເຊຍ,ປຶກສາຫາລືກັບຝ່າຍອິນໂດເນເຊຍກ່ຽວກັບເລື່ອງດັ່ງກ່າວ,ແລະໄດ້ເຊັນສັນຍາທີ່ກ່ຽວຂ້ອງ. ອີງຕາມສັນຍາ,ໂຄງການທີ່ຈີນຊ່ອຍສ້າງນັ້ນມີມຸນຄ່າ 27 ລ້ານຢວນ.
ທ່ານລິວຈຽນຊາວເວົ້າວ່າ,ພາຍຫຼັງສ້າງເຄືອຂ່າຍດັ່ງກ່າວສຳເລັດແລ້ວ,ຕົວເລກທັງໝົດຂອງແຜ່ນດິນໄຫວຈະສົ່ງຜ່ານດາວທຽມຢ່າງທັນການ.
|
|
|