ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-04 10:05:42    
ທ່ານ​ນາງ​ເສີນ​ຈື້​ລີ​ພົບ​ປະ​ເຈົ້າ​ຍິງ​ສິ​ລິນ​ທອນ​ແຫ່ງ​ປະ​ເທດ​ໄທ

cri Author: li
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນທີ 3 ມີນາ ຢູ່ທີ່​ປັກກິ່ງ ທ່ານ​ນາງ​ເສີນຈື້ລີ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບປະ​ສະເດັດ​ລາຊະ​ກຸ​ມາລີ​ມະຫາ​ຈັກກີຼ​ສິລິນທອນ ​ແຫ່ງ​ປະ​ເທດ​ໄທ​ທີ່​ຊົງ​ສະ​ເດັດ​ປະພາດ​ປະ​ເທດ​ຈີນ.

ທ່ານ​ນາງ​ເສີນ​ຈື້ລີ​ຕາງໜ້າ​ລັດຖະບານ​ຈີນສະ​ແດງ​ຄວາມ​ຊົມ​ເຊີຍ​ສະ​ເດັດ​ສິລິນທອນ​ສະ​ເດັດ​ປະພາດ​ຈີນ​ອີກຄັ້ງ​ໜຶ່ງ,ຍ້ອງຍໍ​ສະ​ເດັດ​ສິລິນ​ທອນ​ຊົງ​ໄດ້​ປະກອບ​ສ່ວນ​ອັນ​ສຳຄັນ​ເພື່ອ​ເພີ່ມ​ທະວີ​ມິດຕະພາບ​ຂອງ​ຈີນ​ແລະ​ໄທ. ທ່ານ​ນາງ​ເສີນ​ຈື້ລີ​ກ່າວ​ວ່າ,ປີ​ນີ້​ແມ່ນ​ຈີນ​ໄທ​ສ້າງສາຍ​ສຳພັນ​ການ​ທູດ​ຄົບຮອບ 30 ປີ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ໄທ,ພ້ອມ​ກັນ​ຈັດການ​​ເຄື່ອນ​​ໄຫວ​ສະຫຼອງ​ໃຫ້​ດີ,ສົ່ງ​ເສີມ​ມິດ​ຕະພາບ​ຈີນ​ໄທ,ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

ສະ​ເດັດ​ສິລິນທອນ​ຊົງຂອບ​ພະ​ເດດ​ພະ​ຄຸນ​ນຳ​ລັດຖະບານ​ຈີນ​ທີ່​ໄດ້​ເຊື້ອ​ເຊີນ​ສະ​ເດັດ​ລາຊະ​ກຸ​ມາລີ​ຊົງສະ​​ເດັດ​ປະພາດ​ຈີນ,ສະ​ເດັດຊົງ​ຕັດ​ວ່າ,ສະ​ເດັດ​ມີ​ອາລົມ​ຈິດ​​ເລິກ​ເຊິ່ງ​ຕໍ່​ຈີນ. ​ເທື່ອ​ນີ້​ສະ​ເດັດຊົງ​ພະ​ລາຊະ​ດຳ​ເນີນ​ມາ​ທອດ​ພະ​ເນດ​ສະພາບ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​,ຫວັງ​ໃຫ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ຕື່ມ​ອີກ.