ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 16:27:22    
ບໍ່​ຖ່ານ​ຫີນ​ຈີນ​ເກີດ​ອຸບັດ​ຕິເຫດຫຼາຍ​ເທື່ອ​ບໍ່​​​ພົວພັນ​ໂດຍ​ກົງ​ກັບນະ​ໂຍ​ບາຍ​ພະ​ລັງ​ງານ​ຈີນ

cri Author: lm

ຕາມ​ຂ່າວສານCRI: ວັນ​ທີ 5 ​ເມສາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ້າວ​ແຖ​ສວຍ ຫົວໜ້າ​ກົມ​ຕິດ​ຕາມ​ກວດ​ກາ​ຄວາມ​ປອດ​ໄພ​ຂອງ​ບໍ່​ຖ່ານ​ຫີນ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ບໍ່​ຖ່ານ​ຫີນ​ຈີນ​ໄດ້​ເກີດອຸບັດ​ຕິ​ເຫດຫຼາຍ​ເທື່ອ, ມັນ​ບໍ່ພົວພັນ​ໂດຍ​ກົງ​ກັບນະ​ໂຍບາຍ​ພະ​ລັງ​ງານ​ຈີນ​ທີ່​ຖື​ຖ່ານ​ຫີນ​ເປັນຕົ້ນຕໍ.

ທ່ານ​ຈ້າວ​ແຖ​ສວຍ​ແມ່ນ​​ກ່າວ​ຄວາມ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຫ້ອງການ​ຖະ​ແຫຼງ​ຂ່າວ​ລັດຖະບານ​ຈີນ​ຈັດ​ຂຶ້ນໃນ​ມື້​ດຽວ​ກັນ. ທ່ານ​ອະທິບາຍ​ວ່າ, ສະ​ເລ່ຍ​ແລ້ວ, ບໍ່​ຖ່ານຫີນ​ຈີນ​ຂຸດ​ຄົ້ນ​ຢູ່​ໃຕ້​ດິນລະຫວ່າງ 500 ແມັດ, ທັງນີ້ມີຄວາມອັນຕະລາຍ​ເພີ່ມ​ຂຶ້ນທີ່​ເກີດ​ຈາກ​ອາຍແກັສຮົ່ວ, ​ເວົ້າ​ດ້ານ​ນອກ​ຕົວ​ແລ້ວ, ນີ້​ກໍ່​ໄດ້ເປັນເງື່ອນໄຂເກີດອຸບັດ​ຕິເຫດ​ດ້ານ​ຄວາມ​ປອດໄພຢູ່​ບໍ່​ຖ່ານ​ຫີນ, ສະນັ້ນ ​ໃນຫຼາຍປີ​ມາ​ນີ້, ບໍ່​ຖ່ານ​ຫີນ​ຈີນ​ໄດ້​ເກີດ​ເຫດ​ຫຼາຍ​ເທື່ອ​ນັ້ນ ບໍ່​ພົວພັນ​ໂດຍ​ກົງ​ກັບ​ນະ​ໂຍບາຍ​ພະລັງງານ​ຈີນ.