ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 16:33:16    
ຈີນ​ຈະ​ໃຊ້​ມາດ​ຕະການ​​ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ບໍ່​ຖ່ານ​ຫີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 5 ​ເມສາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ອີ້​ຈົ່ງ ຫົວໜ້າ​ກົມ​​ໃຫຍ່​ຕິດ​ຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ໃນ​ການ​ຜະລິດ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້ວ່າ, ຈີນ​ຈະ​ປະຕິບັດ​ນະ​ໂຍ​ບາຍ​ຢ່າງ​ເປັນ​ລະບົບ​ເຊິ່ງມີ​ຈຸດປະສົງ​ຍົກ​ສູງ​ຄວາມ​ປອດ​ໄພ​ຂອງ​ບໍ່​ຖ່ານ​ຫີນ, ​ເພື່ອ​ລະ​ງັບ​ທ່ວງ​ທ່າອຸບັດ​ຕິ​ເຫດ​ຄວາມ​ປອດ​ໄພ​​ໄດ້​ເກີດ​​ຂຶ້ນຫຼາຍ.

ທ່ານ​ລີ​ອີ້​ຈົ່ງ​ແມ່ນ​ກ່າວ​ຄວາມ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຫ້ອງການ​ຖະ​ແຫຼງ​ຂ່າວ​ລັດ​ຖະບານ​ຈີນຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ທ່ານ​ກ່າວ​ວ່າ,ອຸບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນ​ຫຼາຍ​ໃນ​ບໍ່​ຖ່ານ​ຫີນ​ໃນ​ປີ​ນີ້ ​ແມ່ນຍ້ອນ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ບໍ່​ເອົາ​ຫົວຊາ​ນຳ​ກົດໝາຍ​ແຫ່ງ​ລັດ​ແລະ​ການ​ຕິດຕາມ​ຄຸ້ມ​ຄອງ​ແຫ່ງ​ລັດ, ຂຸດ​ຄົ້ນ​ແລະ​ຜະລິດ​ຖ່ານ​ຫີນຢ່າງ​ຜິດ​ກົດໝາຍ.

ປະຈຸ​ບັນ ຈີນ​​ເລີ່​ມທວງ​ໃຫ້​ວິ​ສາ​ຫະກິດ​ຜະລິດ​ຖ່ານ​ຫີນ​ໃຊ້​ຄ່າ​ດັດແປງ​ຄວາມ​ປອດ​ໄພ​ຕາມ​ອັດຕາ​​ທີ່ກຳນົດ​ໄວ້​ຈາກ​ປະລິມານ​ການ​ຜະລິດ, ​ແລະ​ລົງມື​ສ້າງ​ລະບອບ​ທຶນ​ຮັບປະກັນ​ຄວາມ​ປອດ​ໄພ.