ຕາມໜັງສືພິມເຢັນໝິນຢື້ປ້າວຂອງຈີນສະບັບພົ້ນທະເລ: ຫວ່າງມໍ່ໆນີ້ ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ປັບປຸງບາງນະໂຍບາຍບໍລິການສື່ກາງຜູ່ມີຄວາມຮູ້ຄວາມສາມາດ, ກຳນົດຢ່າງຈະແຈ້ງວ່າ ອົງການຈັດຕັ້ງຕ່າງປະເທດບໍລິການສື່ກາງຜູ່ມີຄວາມຮູ້ຄວາມສາມາດຢູ່ຈີນນັ້ນ, ຕ້ອງຮ່ວມທຶນກັບອົງການຈັດຕັ້ງຈີນ.
ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆນີ້, ກະຊວງບຸກຄະລາກອນຈີນແລະກົມໃຫຍ່ບໍລິຫານຄຸ້ມຄອງອຸດສາຫະກຳການຄ້າແຫ່ງຊາດຈີນໄດ້ຮ່ວມກັນວາງຂໍ້ຕົກລົງລາຍໜຶ່ງ, ກຳນົດຢ່າງຈະແຈ້ງວ່າ, ບໍລິສັດ ວິສາຫະກິດແລະອົງກອນເສດຖະກິດອື່ນໆຂອງຕ່າງປະເທດທີ່ດຳເນີນການເຄື່ອນໄຫວບໍລິການສື່ກາງຜູ່ມີຄວາມຮູ້ຄວາມສາມາດຢູ່ຈີນຕ້ອງຮ່ວມທຶນກັບອົງການຈັດຕັ້ງບໍລິການສື່ກາງຂອງຈີນ, ແລະການສ້າງຕັ້ງອົງການສື່ກາງຮ່ວມທຶນຈີນຕ່າງປະເທດເຫຼົ່ານີ້ຕ້ອງສອດຄ່ອງກັບຂໍ້ກຳນົດທີ່ລະບຸໄວ້ໃນກົດໝາຍກົດບັນຍັດຂອງຈີນທີ່ກ່ຽວຂ້ອງກັບວິສາຫະກິດຮ່ວມທຶນຈີນຕ່າງປະເທດ.
|