ຕາມຂ່າວສານຊິນຮວາ,ວັນທີ5ເມສາ,ທ່ານເຈິ້ງໄຜຢຽນ ຮອງນາຍົກລັດຖະມົນຕີຈີນໄດ້ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງສືບຕໍ່ເຮັດວຽກຈັດວາງຜູ້ຍົກຍ້າຍຈາກເຂດອ່າງນ້ຳຊານເສຍແມ່ນ້ຳຢ່າງເຊໃຫ້ດີ,ເປີດກວ້າງຊ່ອງທາງປະກອບອາຊີບຂອງຊາວຍົກຍ້າຍ,ແກ້ໄຂບັນຫາ ຊີວິດການເປັນຢູ່ຂອງປະຊາຊົນເຫຼົ່ານີ້ໃນໄລຍະຍາວນານ.
ທ່ານເຈິ້ງໄຜຢຽນແມ່ນໃຫ້ທັດສະນະດັ່ງກ່າວໃນກອງປະຊຸມວຽກງານຍົກຍ້າຍປະຊາຊົນຢູ່ຊົນນະບົດເຂດອ່າງນ້ຳຊານເສຍທີ່ຈັດຂຶ້ນຢູ່ກຳແພງນະຄອນຈຸ່ງກິ່ງ.
ປັດຈຸບັນ, ວຽກງານຍົກຍ້າຍປະຊາຊົນຊົນນະບົດຢູ່ເຂດອ່າງນ້ຳຊານເສຍແມ່ນ້ຳຢ່າງເຊທີ່ໄດ້ປະຕິບັດມາເປັນເວລາ5ປີແລ້ວນັ້ນໄດ້ສຳເລັດແລ້ວ,ລວມທັງໝົດໄດ້ຍົກຍ້າຍປະຊາຊົນ1ແສນ6ໝື່ນ6ພັນຄົນ.ພື້ນຖານໂຄງລ່າງຂອງບ່ອນຈັດວາງຊາວຍົກຍ້າຍຕ່າງໆເຊັ່ນນ້ຳປະປາ,ໄຟຟ້າ,ເສັ້ນທາງ,ສື່ສານເປັນຕົ້ນໄດ້ປະກອບຄົບຖ້ວນ, ປະຊາຊົນຍົກຍ້າຍຮັບເໝົາດິນນາປູກຝັງນັ້ນໄດ້ມີການຮັບປະກັນ,ເງື່ອນໄຂເດັກເຂົ້າຮຽນ,ຜູ້ເຈັບປ່ວຍປິ່ນປົວພະຍາດກໍໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງເດັ່ນຊັດເມື່ອທຽບກັບບ່ອນເກົ່າ.
|