|
 |
(GMT+08:00)
2005-04-07 13:01:42
|
ສະເດັດພະເທບແຫ່ງຊາຊະອານາຈັກໄທຊົງບໍລິຈາກເງິນໃຫ້ໂຮງຮຽນປະຖົມຫຼັງໜຶ່ງທີ່ຊິນຈຽງ
cri
ຕາມຂ່າວສານຊິນຮວາ: ປັດຈຸບັນ ສະເດັດລາຊະກຸມາລີມະຫາຈັກກິຼສິລິນທອນແຫ່ງລາຊະອານາຈັກໄທພວມສະເດັດປະພາດຢູ່ພາກຕາເວັນຕົກສຽງເໜືອຂອງຈີນ,ວັນທີ 6 ເສມາ ສະເດັດຊົງໄດ້ບໍລິຈາກເງິນ 1 ແສນຢວນແດ່ໂຮງຮຽນປະຖົມຫຼັງໜຶ່ງຂອງເມືອງເຮີທຽນເຂດຊິນຈ່ຽງເຜົ່າເວອູເອີປົກຄອງຕົນເອງ.
ສະເດັດພະເທບສະເດັດປະພາດຈີນເລີ່ມແຕ່ວັນທີ 3 ເມສາຕາມຄຳອັນເຊີນຂອງລັດຖະບານຈີນ,ການສະເດັດປະພາດເທື່ອນີ້ຕົ້ນຕໍແມ່ນເພື່ອທອດພະເນດສະພາບການພັດທະນາຂອງພາກຕາເວັນຕົກຂອງຈີນ.
|
|
|