ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-09 17:15:36    
ສົມເດັດ​ພະ​ເທບ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ​ຊົງ​ບໍ​ລິ​ຈາກ​ເງິນ​ໃຫ້​ຖ້ຳ​ພະ​ພຸດ​ທະ​ຮູບ​ພັນ​ອົງ​ເຄີ​ຈື​ເອີ​ແຫ່ງ​ເຂດ​ຊິນ​ຈຽງ​ຈີນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ​ເມສາ ສົມ​ເດັດ​ລາຊະ​ກຸ​ມາລີ​ມະຫາ​ຈັກ​ກິຼ​ສິລິນທອນ​ແຫ່ງ​ລາຊະ​ອານາ​ຈັກ​ໄທ​ທີ່ພວມ​ສະ​ເດັດ​ປະພາດ​ຢູ່​​ເຂດ​ຊິນ​ຈຽງ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໄດ້ຊົງ​ບໍລິຈາກ​ເງິນ 6 ໝື່ນ​ຢວນ​ໃຫ້​ຖ້ຳພະ​ພຸດທະ​ຮູບ​ພັນ​ອົງ​ເຄີ​ຈື​ເອີ,​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ອະນຸລັກ​ຮ່ອງຮອຍ​ບູຮານ​ສາສະໜາ​ພຸດ​ທີ່ມີ​ປະຫວັດ​ພັນ​ປີຫຼັງນີ້.

ຖ້ຳພະພຸດທະ​ຮູບ​ພັນ​ປີ​ເຄີ​ຈື​ເອີ​ເລີ່​ມສ້າງ​ຂຶ້ນ​ໃນ​ສະຕະວັດທີ 3,​ແມ່ນ​ຖ້ຳພຸດທະ​ສາ​ສະໜາ​ກ່ອນ​ໝູ່​ໃນ​ປະຫວັດ​ສາດ​ຂອງ​ຈີນ,ກໍ​ແມ່ນ 1 ​ໃນ 4 ຖ້ຳຫີນ​ສາສະໜາ​ພຸດ​ຂອງ​ຈີນ. ປັດຈຸບັນ ​ໄດ້​ຮັກສາ​ວັດ​ຖຸ​ບູຮານ​ອັນ​ລ້ຳຄ່າ​ເຊັ່ນ​ຮູບ​ສີ​ແຕ້ມ​ຝາ​ຜະໜັງປະມານ 1 ໝື່ນ​​ແມັດ​ຕາ​ແລະ​ພະພຸດທະ​ຮູບ​ທີ່​ທາສີ​ສ່ວນ​ໜຶ່ງ.