ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-10 20:35:35    
ຈີນ​ຈະ​ເພີ່ມ​ທະວີ​ວຽກ​ງານ​ການ​ສື​ກສາ​ພາກ​ບັງຄັບຢູ່ຊົນນະບົດ​ຕື່ມ​ອີກ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້  ​ໃນ​ເວລາທ່ານ​ນາງ​ເສີນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ສຳ​ຫຼວດຢູ່​ແຂວງ​ໄຫ​ຫຼຳ ພາກ​​ໃຕ້​ຂອງ​ຈີນ,ນາງ​ກ່າວ​ວ່າ ຈີນ​ຈະ​ເພີ່ມ​ທະວີ​ວຽກ​ງານ​ການ​ສຶກສາ​ພາກ​ບັງຄັບຢູ່​ຊົນນະບົດ​ຕື່ມອີກ


ຕາມ​ສະ​ເຫ​ນີວ່າ ປັດຈຸບັນ ຈີນ​ໄດ້​ປະຕິບັດ​ການ​ສື​ກສາ​ພາກ​ບັງຄັບ 9 ປີ​ທີ່​ບໍ່​ເກັບ​ຄ່າຮ່ຳຮຽນ   ​ໃນ​ຫຼາຍ​ປີ​ມາ​ນີ້ ​ເພື່ອ​ຊຸກຍູ້​ວຽກ​ງານ​ການ​ສຶກສາ​ພາກ​ບັງຄັບຢູ່ ຊົນນະບົດ,ລັດຖະບານ​ຈີນ​​ໄດ້ເລີ່​ມປະຕິບັດນະ​ໂຍບາຍຄື​ນັກຮຽນ​ທຸກ​ຈົນ​ຢູ່​ຊົນນະບົດ​​ບໍ່​ຕ້ອງ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ສາລະພັດ ຄ່າ​ແບບຮຽນ​​ແລະ​ເກື້ອກູນ ຄ່າ​ໃຊ້​ຈ່າຍ​ຄອງ​ຊີບຢ່າງ​ເຫມ​າະສົມ,​ເຮັດ​ໃຫ້​ນັກຮຽນ​​ທຸກ​ຍາກ​ຢູ່​ຊົນນະບົດ​ໄດ້ມີໂອກາດຮັບ​ການ​ສຶກສາ.ທ່ານ​ນາງ​ເສີນ​ຈື້ລີ້​ຊີ້​ອອກ​ວ່າ ການປະຕິບັດ​ນະ​ໂຍບາຍ​ດັ່ງກ່າວແມ່ນ​​ໂຄງການ​ຖືກ​ໃຈ​ຄົນທີ່​ສຳຄັນ​ລາຍ​ຫນຶ່ງ ອົງການ​ປົກຄອງ​ທຸກ​ຂັ້ນ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ້ອງ​ຜັນ​ຂະຫຍາຍ​ຄ່າ​ໃຊ້​ຈ່າຍ​ຢ່າງ​ຕັ້ງຫນ້າ ​ເຮັດ​ໃຫ້​ເດັກນ້ອຍ​ໃນ​ຄອບຄົວ​ທຸກ​ຍາກເຂົ້າຮຽນ​ໄດ້