|
 |
(GMT+08:00)
2005-04-13 15:59:08
|
 |
ຜູ້ນຳຈີນອິນໂດເນເຊຍຝາກໂທລະເລກຊົມເຊີຍແກ່ກັນສະຫຼອງສອງປະເທດສ້າງສາຍສຳພັນການທູດຄົບຮອບ 55 ປີ
cri
Author: li
ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້ ທ່ານຫູຈິນທາວ ປະທານປະເທດຈີນແລະທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍໄດ້ຝາກໂທລະເລກອວຍພອນແກ່ກັນ,ຊົມເຊີຍວັນສ້າງສາຍສຳພັນທາງການທູດລະຫວ່າງສອງປະເທດຄົບຮອບ 55 ປີຢ່າງຟົດຟື້ນ.
ໃນໂທລະເລກຂອງທ່ານຫູຈິນທາວຂຽນວ່າ,ຈີນກັບອິນໂດເນເຊຍແມ່ນປະເທດໃກ້ຄຽງທີ່ມີໄມຕີຈິດສະໜິດສະໜົມຕໍ່ກັນ. ໃນຂະບວນການຍາດແຍ່ງ ເອກະລາດຂອງຊາດແລະເພີ່ມທະວີການຮ່ວມມືລະຫວ່າງອາຊີກັບອາຟຼິກາໃນສະຕະວັດທີ 20,ປະຊາຊົນສອງປະເທດໄດ້ສ້າງມິດຕະພາບອັນເລິກເຊິ່ງຕໍ່ກັນ. ໃນສະເພາະໜ້ານີ້ ຈີນແລະອິນໂດເນເຊຍລ້ວນແຕ່ຢູ່ໃນໄລຍະພັດທະນາທີ່ສຳຄັນ,ການພົວພັນສອງປະເທດໄດ້ປະເຊີນກັບໂອກາດພັດທະນາອັນໃໝ່. ຂ້າພະເຈົ້າຍິນດີພ້ອມກັນກັບທ່ານ,ເປີດກວ້າງການຮ່ວມມືກັນດ້ວຍໄມຕີຈິດໃນທຸກຂົງເຂດ,ຊຸກຍູ້ການພົວພັນຈີນອິນໂດເນເຊຍຂະຫຍາຍໄປໜ້າຍິ່ງໄວແລະຍິ່ງດີກວ່າເກົ່າ.
ໃນໂທລະເລກຂອງທ່ານຊູຊີໂລຂຽນວ່າ,ປະຊາຊົນອິນໂດເນເຊຍຖະໜຸຖະໜອມການພົວພັນມິດຕະພາບອັນສະໜິດສະໜົມທີ່ສອງປະເທດໄດ້ສ້າງຂຶ້ນນັ້ນ,ຄອງຄອຍໃຫ້ການພົວພັນສອງປະເທດຂະຫຍາຍຕົວອອກຢ່າງບໍ່ຢຸດຢັ້ງ,ແລະຕ້ອນຮັບອະນາຄົດຍິ່ງງົດງາມກວ່າເກົ່າ.
|
|
|