|
 |
(GMT+08:00)
2005-04-15 18:23:12
|
ກອງປະຊຸມສຳມະນາຊັ້ນສູງກ່ຽວກັບການຮ່ວມມືເສດຖະກິດການຄ້າລະຫວ່າງເຂດກວາງຊີຈີນຫວຽດຈັດຂຶ້ນຢູ່ຫວຽດນາມ
cri
Author: li
ຕາມຂ່າວສານຊິນຮວາ: ກອງປະຊຸມສຳມະນາຊັ້ນສູງກ່ຽວກັບການຮ່ວມມືເສດຖະກິດການຄ້າລະຫວ່າງເຂດກາງຊີຈີນກັບບັນດາແຂວງກຳແພງນະຄອນພາກເໜືອຫວຽດນາມໄດ້ຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 14 ເມສາ. ການນຳຂອງເຂດກວາງຊີແລະບັນດາແຂວງແລະກຳແພງນະຄອນພາກເໜືອຫວຽດນາມທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນທີ່ມີລັກສະນະສ້າງສັນຫຼາຍຂໍ້ກ່ຽວກັບການເພີ່ມທະວີການຮ່ວມມືທາງເສດຖະກິດການຄ້າລະຫວ່າງສອງຝ່າຍ,ແລະໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນຫຼາຍຂໍ້.
ພາຍຫຼັງກອງປະຊຸມສຳມະນາສິ້ນສຸດລົງແລ້ວ,ສອງຝ່າຍຍັງໄດ້ຈັດພິທີລົງນາມໃນສັນຍາຮ່ວມມື 23 ສະບັບ. ມູນຄ່າຂອງສັນຍາບັນລຸ 49 ລ້ານ 8 ແສນ 1 ໝື່ນໂດລາສະຫະລັດ.
|
|
|