ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-16 18:46:19    
ລັດຖະບານ​ຈີນ​ອອກ​ແຮງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຊາດ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ​ເມສາ ຢູ່​ທີ່​ປັກ​ກິ່ງ ທ່ານ​ຈາງ​ຊິນ​ເຊີງ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ກັນດ້ານ​ການ​ສຶກສາ​ລະ​ຫວ່າງ​ຊາດ.

​ໃນ​ກອງ​ປະຊຸ​ມຂອງວັນ​ທີ 16 ​ເມສາ ທ່ານ​ຈາງ​ຊິນ​ເຊິງແນະນຳ​ວ່າ,​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ​ທ້າຍ​ຊຸມ​ປີ 70 ສະຕະວັດ​ແລ້ວ​ນີ້​ເປັນຕົ້ນມາ,ມີ​ນັກປາດ​ແລະ​ນັກ​ສຶກສາ​ຈີນ​ປະມານ 8 ​ແສນ​ຄົນ​ໄປ​ສຶກສາ​ຢູ່​ຕ່າງປະ​ເທດ. ​ແຕ່​ສະຖາ​ປະນາ​ປະ​ເທດ​ຈີນ​ໃໝ່​ເມື່ອ​ປີ 1949 ມາ​ນີ້ ຈຳນວນ​ຄົນ​ຕ່າງປະ​ເທດ​ທີ່​ມາ​ສຶກສາ​ຢູ່​ຈີນ​ມີ 6 ​ແສນ 3 ​ໝື່ນ​ເທື່ອ​ຄົນ. ນອກ​ນີ້ ລັດຖະບານ​ຈີນ​ຍັງ​ໄດ້​ເຊັນ​ສັນຍາ​ຕ່າງ​ຮັບຮອງ​ປະກາດ​ຊະ​ນິຍະ​ບັດ​ຊັ້ນສູງ​ແລະ​ປະລິນຍາ​ກັບ 20 ກວ່າ​ປະ​ເທດ.