ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-23 21:47:55    
ທ່ານ​ເຈຍ​ຊີ້ງ​ລິນກ່າວ​ວ່າ, ​ແຜ່ນດິນ​ໃຫຍ່​ຈີນຫວັງ​ໃຫ້​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຢ່າ​ຂັດຂ້ອງ​ການ​ການ​ຟື້ນ​ຟູ​ສົນທະນາ​ແລະ​ການ​ເຈລະຈາ​ລະຫວ່າງ​ສອງ​ຝັ່ງ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 23 ​ເມສາ, ​ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ຊຽວວ້ານຊາງ ປະທານ​ຄະະອຳນວຍການຂອງ​ກອງ​ທຶນ​ຕະຫລາດ​ຮ່ວມ​ສອງ​ຝັ່ງ​ໄຕ້​ຫວັນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມປະຈຳ​ປີ ຂອງເວທີ​ປາ​ໄສ​​ໂປ​ອາວ​, ທ່ານ​ເຈຍ​ຊີ້​ງລີ​ນກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ສະຖານະ​ການ​ເຄັ່ງ​ຕຶງ​ຂອງ​ຮ່ອມ​ທະ​ເລ​ໄຕ້​ຫວັນ​ໄດ້​ປະກົດ​ມີ​ຮ່ອງຮອຍ​ຜ່ອນ​ຍານ​ລົງ​ບາງ​ຢ່າງ, ​ແຜ່ນດິນ​ໃຫຍ່​ຈີນ​ຫວັງ​ໃຫ້​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຢ່າ​ຂັດຂ້ອງ​ການ​ຟື້ນ​ຟູການສົນທະນາ​ແລະ​ການ​ເຈລະຈາ​ລະຫວ່າງ​ສອງ​ຝັ່ງ.

ທ່ານ​ຊຽວວ້ານຊາງ​ກ່າວ​ວ່າ, ສອງ​ຝັ່ງ​ອາດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານເສດຖະກິດ​ການ​ຄ້າ, ດຳ​ເນີນ​ການ​​ແລກປ່ຽນ​ແລະ​ສົນທະນາ​ກັນ​ໃນ​ດ້ານ​ການ​ເມືອງ​ເລື້ອຍໆ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລ້ວ​ເຮັດ​ໃຫ້​ສະພາບ​ຄາ​ກັນ​ທາງ​ການ​ເມືອງ​ເຍາະ​ຍານ​ລົງ, ສະ​ແຫວ​ງຫາ​ທາງ​ອອກ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​ຂອງ​ໄຕ້​ຫວັນ.