ຈີນຈະປະກາດກົດໝາຍລັດຖະກອນເພື່ອບູລະນະລະບອບຄຸ້ມຄອງບຸກຄະລາກອນໃຫ້ສົມບູນຂຶ້ນຕື່ມ
cri
Author: MO
ຕາມຂ່າວCRI: ວັນທີ 24 ເມສາ, ຮ່າງກົດໝາຍລັດຖະກອນທີ່ກ່ຽວພັນກັບລັດຖະກອນຫລາຍລ້ານຄົນຂອງຈີນໄດ້ນຳສະເໜີໃຫ້ກອງປະຊຸມຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນສຳຫລວດພິຈາລະນາແລ້ວ, ແລະມີຫວັງຈະລົງຄະແນນສຽງຫລັງຈາກນີ້ 4 ມື້. ຕາມຊາບວ່າ, ນີ້ແມ່ນຈີນສ້າງກົດໝາຍຄຸ້ມຄອງບຸກຄະລາກອນໂດຍສະເພາະເປັນຄັ້ງທຳອິດ.
ຮ່າງກົດໝາຍລັດຖະກອນໄດ້ຍື່ນໃຫ້ອົງການນິຕິບັນຍັດຂອງຈີນສຳຫລວດພິຈາລະນາໃນເດືອນທັນວາປີກາຍນີ້ແລ້ວ, ການແຕ່ງຮ່າງກົດໝາຍສະບັບນີ້ໄດ້ໃຊ້ເວລາ 4 ປີ, ມັນບໍ່ພຽງແຕ່ໄດ້ກຳນົດເງື່ອນໄຂຂອງລັດຖະກອນຕາມນິຍາມຄວາມໝາຍຢ່າງຈະແຈ້ງທໍ່ນັ້ນ, ຍັງໄດ້ມີການປະດິດສ້າງໃໝ່ຫລາຍຢ່າງໃນດ້ານລະບອບແບ່ງປະເພດລັດຖະກອນ ການກວດສອບໃຫ້ລາງວັນຫຼືລົງໂທດ, ການຮັບເຂົ້າເຮັດວຽກ, ການເລື່ອນຊັ້ນຕຳແໜ່ງເປັນຕົ້ນ.
|
|