ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-29 21:57:52    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ກຳປູ​ເຈຍ​ຍົກ​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: q
ຕາມ​ຂ່າວCRI,ວັນ​ທີ29​ເມສາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຖາງ​ເຈຍ​ສຽນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະພະ​ບາດສົມ​ເດັດ​ນະ​ໂລ​ດົມ ສີ​ຮະ​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​ເຈຍ,ທ່ານ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ກຳປູ​​ເຈຍ,ຍົກ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຖາງ​ເຈຍ​ສຽນ​ໄດ້​ແຈ້ງຄວາມ​ຖາມ​ຂ່າວ​ຂອງ​ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​​ໃຫ້​ພະ​ບາດສົມ​ເດັດ​ສີ​ຮະ​ໂມ​ນີ​ໄດ້​ຊາບ.ທ່ານ​ຖາງ​ເຈຍ​ສຽນ​ກ່າວ​ວ່າ,ລັດຖະບານ​ຈີນ​ເອົາ​ໃຈ​​ໃສ່​ນຳ​ການ​ພົວພັນ​ກັບ​ກຳປູ​ເຈຍ,ທະນຸຖະໜອມ​ມິດຕະພາບ​ພິ​ເສດ​ກັບ​ພະ​ບໍລົມ​ມະ​ວົງສາ​ນຸວົງ.

ພະ​ບາດສົມ​ເດັດ​ສີ​ຮະ​ໂມ​ນີຊົງ​ຕັດ​ວ່າ,ພະ​ບໍລົມ​ມະ​ວົງສາ​ນຸວົງ,ລັດຖະບານ​ແລະ​ປະຊາຊົນ​ກຳ​ປູ​ເຈຍ​ມີ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຕໍ່​ຈີນ,ຈະ​​ເຮັດ​ຄື​ແຕ່ເກົ່າ​ເມື່ອ​ຫຼັງ,ຍຶດໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ, ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ປັບປຸງ​ແລະ​ຂະຫຍາຍມິດຕະພາບ​ອັນ​ມີ​ມູນ​ເຊື້ອ​ແລະ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ກຳປູ​ເຈຍ ​ຈີນ.