|
 |
(GMT+08:00)
2005-05-10 11:31:20
|
ຈີນຝຣັ່ງອັງກິດຈະເກາະແຂນກັນພິມຈຳໜ່າຍເອກະສານພາສາຕິເບດຂອງຄູຫາຕຸ່ນຮວງ
cri
Author: MO
ຕາມຂ່າວຈາກໜັງສືພິມເຢິນມີນຢື້ປ້າວຂອງຈີນ: ຈີນ ຝຣັ່ງແລະອັງກິດຈະເກາະແຂນກັນພິມຈຳໜ່າຍເອກະສານພາສາຕິເບດຂອງຄູຫາຕຸ່ນຮວງ. ເມືອງຕຸ່ນຮວງຕັ້ງຢູ່ແຂວງການຊູ້ ພາກຕາເວັນຕົກຂອງຈີນ, ຄູຫາຕຸ່ນຮວງແມ່ນຄູຫາໃຫຍ່ກວ່າໝູ່ທີ່ມີຢູ່ໃນປັດຈຸບັນຂອງຈີນ, ນັກບູຮານນະຄະດີບໍ່ພຽງແຕ່ໄດ້ຄົ້ນພົບຮູບຄວັດຮູບແຕ້ມຝາພະໜັງຢ່າງຫລວງຫລາຍຢູ່ແຫ່ງນັ້ນ, ຫາກຍັງໄດ້ຄົ້ນພົບເອກະສານທີ່ຂຽນເປັນໜັງສືຈີນບູຮານຢ່າງຫລວງຫລາຍອີກດ້ວຍ. ແຕ່ຊຸມປີ 90 ສະຕະວັດແລ້ວນີ້ເປັນຕົ້ນມາ, ຈີນເລີ່ມຮຽບຮຽງແລະພິມຈຳໜ່າຍເອກະສານພາສາຈີນກ່ຽວກັບຄູຫາຕຸ່ນຮວງທີ່ສະສົມໄວ້ຢູ່ອັງກິດ ຣັດເຊຍແລະຝຣັ່ງ, ປັດຈຸບັນ, ເອກະສານພາສາຈີນຫລວງຫລາຍໄດ້ພິມຈຳໜ່າຍໝົດແລ້ວ, ວຽກງານພິມຈຳໜ່າຍເອກະສານພາສາຕິເບດກະວ່າຈະສຳເລັດພາຍໃນ 2-3 ປີ.
|
|
|