ການແຂ່ງຂັນດອກປີກໄກ່ໝູ່ຄະນະປະສົມຂອງງານແຂ່ງຂັນດອກປີກໄກ່ໂລກຊິງຂັນຊູດີມານເປີດສາກແລ້ວ
cri
Author: li
ຕາມຂ່າວ CRI: ການແຂ່ງຂັນດອກປີກໄກ່ໝູ່ຄະນະປະສົມຂອງງານແຂ່ງຂັນດອກປີກໄກ່ໂລກຊິງຂັນຊູດີມານຄັ້ງທີ 9 ໄດ້ເລີ່ມຈັດຂຶ້ນຢູ່ຫໍກິລານະຄອນຫຼວງປັກກິ່ງຈີນໃນວັນທີ 10 ພຶດສະພາ,ອີງຕາມສະພາບສະໝັກເຂົ້າຮ່ວມ,ງານແຂ່ງຂັນຄັ້ງນີ້ລວມມີນັກກິລາ 400 ກວ່າຄົນຂອງ 41 ປະເທດແລະເຂດແຄວ້ນເຂົ້າຮ່ວມ,ມີ 8 ທິມລວມທັງທິມອິນໂດເນເຊຍເປັນທິມຂັ້ນກ.ທີ່ມີຄຸນວຸດທິຊິງແຊມປຽນ,ເມື່ອຈົກສະຫຼາກແລ້ວໄດ້ແບ່ງເປັນສອງສາຍຄືສາຍອາແລະສາຍເບ. ໃນສາອາມີທິມສ.ເກົາຫຼີ ທິມແຊມປ່ຽນຄັ້ງກ່ອນ,ທິມດານມາກ,ທິມອີງແກຼນແລະທິມໄທ,ສາຍເບມີທິມຈີນ,ທິມອິນໂດເນເຊຍ,ທິມຊູແອັດແລະທິມຮົງກົງຈີນ.
|
|