ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 11:13:17    
ເວທີ​ປາ​ໄສ​ປັກ​ກິ່ງ​ກ່ຽວ​ກັບ​ຜູ້​​ໄດ້​ລາງວັນ​ໂນ​ແບນ​ປີ 2005ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ທ້າຍ​ເດືອນ​ນີ້

cri Author: MO
ຕາມ​ຂ່າວCRI:​ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 10 ພຶດສະພາ, ທ່ານ​ຈາງ​ມາວ ຮອງ​ເຈົ້າຄອງ​ນະຄອນ​ປັກ​ກິ່ງ​​ເຜີຍ​ໃຫ້​ຮູ້​ວ່າ, ເວທີ​ປາ​ໄສ​ປັກ​ກິ່ງ​ກ່ຽວ​ກັບ​ຜູ້​​ໄດ້ລາງວັນ​ໂນ​ແບນ​ປີ 2005ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 30 ພຶດສະພາ​ຮອດ​ວັນ​ທີ 1 ມິຖຸນາ.

ຕາມ​ການສະ​ເໜີ, ​ເວທີ​ປາ​ໄສ​ດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ"ຄວາມ​ປອງ​ດອງ​ກັນ​​ແລະ​ການ​ພັດທະນາ​ຂອງມວນ​ມະນຸດ"​. ​ເວທີ​ປາ​ໄສ​ດັ່ງກ່າວ​ຈະ​ເຊື້ອ​ເຊີນ​ຜູ້​ໄດ້​​ລາງວັນ​ໂນ​ແບນ​ສາຂາ​ເສດຖະກິດ 8 ທ່ານ​​ເຊິ່ງລວມທັງ​ທ່ານ​ໂລ​ເບີດ ມູນ​ເດ​ວ ​ສາ​ສະ​ດາ​ຈານເສດຖະສາດ​​ການ​ເມືອງຂອງ​ມະຫາວິທະຍາ​ໄລ​ແຄມ​ບຼິດອັງກິດ​ເປັນຕົ້ນ, ພ້ອມ​ດ້ວຍນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງຂອງ​ໂລກ 5 ທ່ານ, ນັກ​ເສດຖະສາດ​ເຫຼົ່ານີ້​ຈະ​ກ່າວ​ປາຖະກະຖາ​ດ້ານ​ວິຊາ​ການ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ຄື"ການ​ຄາດ​ຄະ​ເນ​ເສດຖະກິດ​ກັບ​ງານກິລາ​ໂອ​ລິ​ມປິກ​ປັກ​ກິ່ງ".

ບັນດາ​ນັກ​ເສດຖະສາດ​ຍັງ​ຈະ​ຈັດງານ​ສົນທະນາ​ກັບ​ເຈົ້າໜ້າ​ທີ່​ອົງການ​ປົກຄອງ​ປັກ​ກິ່ງ​ແລະ​ນັກປາດ​ທີ່​ກ່ຽວຂ້ອງກ່ຽວ​ກັບບັນຫາ​ຕ່າງໆ​ເຊັ່ນ​ເສດຖະກິດ​ງານ​ໂອ​ລິ​ມປິກ, ການ​ສຶກສາ​ກັບ​ການ​ພັດທະນາ​ເສດຖະກິດ, ຄົນ​ກັບທຶນຮອນ​ເປັນຕົ້ນ.