ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 10:43:02    
6 ປະ​ເທດ​ອາຊີຕົກລົງ​ຮ່ວມ​ກັນຖ່າຍ​ທຳ​ເລື່ອງ​ໂທລະພາບ​ຂະໜາດ​ໃຫຍ່"​ແມ່​ນ້ຳ​ລ້ານ​ຊ້າງ--​ແມ່​ນ້ຳຂອງ"

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ສະຖານີ​ໂທລະພາບ​ແຫ່ງ​ຊາດ​ຂອງ​ຈີນ ລາວ ກຳປູ​ເຈຍ ມຽນມາ ​ໄທ​ແລະ​ຫວຽດນາມ​ຕົກລົງ​ຮ່ວມ​ມື​ກັນ​ຖ່າຍ​ທຳ​​ເລື່ອງ​ໂທລະພາບ​ຂະໜາດ​ໃຫຍ່​ທີ່​ຊື່ວ່າ:​ແມ່​ນ້ຳ​ລ້ານ​ຊ້າງ--​ແມ່​ນ້ຳຂອງ. ພິທີ​ລົງ​ນາມ​​ໃນສັນຍາ​ຮ່ວມ​ມື​​ໂດຍ​ຫຍໍ້​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 11 ພຶດສະພາ.

ຕາມ​ແນະນຳ​ວ່າ, ​ ​ເລື່ອງ​ໂທລະພາບ​ບັນທຶກ​ເລື່ອງ​ນີ້​ຍາວ 1000 ນາທີ, ຕົ້ນຕໍຈະ​ສ່ອງ​ແສງ​ໃຫ້​ເຫັນ​ຊັບພະຍາກອນທຳ​ມະ​ຊາດ ​ເສດຖະກິດ ວັດທະນະທຳ ສາສະໜາ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ສະພາບ​ປັດຈຸບັນ​ຂອງ​ສັງຄົມ​ໃນ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ. ​ເລື່ອງ​ໂທລະພາບນີ້​ຈະ​ສຳ​ເລັດ​ກ່ອນ​ທ້າຍ​ປີ 2007, ​ແລະ​ຈະ​ນຳ​ອອກສາຍ​ໃນ​ເວລາທີ່​ມີ​ຜູ້​ຊົມ​ຫລາຍ​ຂອງ​ຊ່ອງ​ໂທລະພາບ​ສຳຄັນ​ຂອງ 6 ປະ​ເທດໃນ​ເວລາດຽວ​ກັນ.