ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-12 22:14:20    
ຝ່າຍ​ຈີນ​ຫວັງ​ໃຫ້​ການ​ແລກປ່ຽນ​ລະຫວ່າງ​ສ.ປ.ປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​​ຊ່ອຍ​ຊຸກ​ຍູ້​ໃຫ້ຈັດການ​ເຈ​ລະ​ຈາ 6 ຝ່າຍ​ຄືນ​ໃຫມ່​ໂດຍ​ໄວ

cri

ຕາມ​ຂ່າວCRI  ວັນ​ທີ12 ພຶດສະພາ  ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​ຢູ່​ທີ່​ປັກ​ກິ່ງ  ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຝ່າຍ​ຈີນ​ຄອງ​ຄອຍ​ໃຫ້​ການ​ແລກປ່ຽນ​ລະຫວ່າງ​ສ.ປ.ປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ ​ຊ່ອຍ​ຊຸກຍູ້​ມ​ໃຫ້ຈັດການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ຄືນ​ໃຫມ່​ໂດຍ​ໄວ


ທ່ານ​ຂົງຊວນ​ກ່າວ​ວ່າ ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ວ່າ​ທ່າ​ທີ​ຂອງ​ສອງ​ຝ່າຍ​ສ.ປ.ປ​ເກົາຫຼີ​​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃຫມ່​ມີ​ຂ່າວ​ຄາວ​ອັນຕັ້ງຫນ້າ​ທີ່​ເປັນ​ຫນ້າ​ເອົາ​ໃຈ​ໃສ່​  ຝ່າຍ​ຈີນສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ເລື່ອງ​ນີ້


 ທ່ານ​ຂົງຊວນ​ກ່າວ​ເນັ້ນ​ວ່າ ຝ່າຍ​ຈີນ​ເຫັນ​ວ່າ ການ​ເຈລະຈາ 6 ຝ່າຍ​ແມ່ນ​ຊ່ອງ​ທາງອັນ​ຖືກ​ຕ້ອງ​​ພຽງ​ຫນຶ່ງ​ດຽວ​​ໃນ​ການ​ສົນທະນາກັນ​ເພື່ອແກ້​ໄຂ​ບັນຫາ​ນິວ​ເຄຼຍແຫຼມ​ເກົາຫຼີ​ໂດຍ​ສັນຕິ   ບັນດາ​ຝ່າຍ​​ຄວນ​ຍຶດຫມັ້ນ​ຊ່ອງ​ທາງ​ດັ່ງກ່າວ​ແລະ​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອຊອກຫາ​ວິທີ​ແກ້​ໄຂ​​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ສັນຕິ​​ໃນ​ທີ່​ສູດ


ທ່ານ​ຂົງຊວນ​ຍັງ​ກ່າວ​ວ່າ ຝ່າຍ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ຈັດການ​ເຈລະຈາ 6 ຝ່າຍ​ຄືນໃຫມ່ ຕະຫຼອດມາ