ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-13 14:36:20    
ການ​​ແຂ່ງຂັນ​ດອກ​ປີກ​ໄກ່​ຮອບສາຍ​ຊິງ​ຂັນ​ຊູ​ດີ​ມານ​ສິ້ນ​ສຸດ​ລົງແລ້ວ ທິມຈີນ​​ເປັນທີ​ໜຶ່ງ​ຂອງ​ສາຍ

cri Author: huachunmei
ຕາມ​ຂ່າວ CRI, ​ຕອນ​ຄ່ຳ​ວັນ​ທີ 12 ພຶດ​ສະ​ພາ, ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່​ໝູ່​ຄະ​ນະ​ປະ​ສົມ​ຂອງ​ງານ​ແຂ່ງ​ຂັນ​ດອກ​ປີກ​ໄກ່​ໂລກ​ຊິງ​ຂັນ​ຊູ​ດີ​ມານ​ຄັ້ງ​ທີ 9 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ການ​ແຂ່ງ​ຂັນ​ຮອບ​ສາຍ​ໝົດ​​ແລ້ວ.

​ໃນ​ການ​ແຂ່ງ​ຂັນ​ຮອບ​ສຸດ​ທ້າຍ​ຂອງ​ສາຍ, ​ທິມ​ຈີນ​ໄດ້​​ເອົາ​ຊະນະ​ທິມ​ອິນ​ໂດ​ເນ​ເຊຍ​ດ້ວຍ​ຜົນ​ງານ 5 ຕໍ່ 0, ​ແລ້ວ​ເປັນ​ທີ​ໜຶ່ງ​ໃນ​ສາຍ​ B ​ດ້ວຍ​ຜົນ​ງານ​ທີ່​ແຂ່ງ​ຂັນ​ສາມ​ຮອບ​ຊະ​ນະ​ສາມ​ຮອບ, ​ທິມ​ອິນ​ໂດຍ​ເນ​ເຊຍ​ເປັນ​ທີ​ສອງ. ​ໃນ​ການ​​ແຂ່ງ​ຂັນ​ຮອບ​ ສຸດ​ທ້າຍ​ຂອງ​ສາຍ A ,​ ທິມ​ດານ​ມາກ​ໄດ້​ເອົາ​ຊະ​ນະ​ທິມ​ສ.​ເກົາ​ຫຼີ​ດ້ວຍ​ຜົນ​ງານ 3 ຕໍ່ 2, ​ແລ້ວ​ເປັນ​ທີ​ໜຶ່ງ​ຂອງ​ສາຍ​ຕົນ​ດ້ວຍ​ຜົນ​ງານ​ທີ່​ແຂ່ງ​ຂັນ​ສາມ​ຮອບ​ເອົາ​ຊະ​ນະ​ສາມ​ຮອບ. ​ທິມ​ສ.​ເກົາ​ຫຼີ​ເປັນ​ທີ​ສອງ​ຂອງ​ສາຍ.

​ໃນ​ການ​ແຂ່ງຂັນ​ຮອບ​ກຽມ​ຊິງ​ຊະນະ​ເລີດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ພຶດສະພາ, ທິມຈີນ​ຈະ​ແຂ່ງ​ຂັນ​ກັບ​ທິມສ.​ເກົາຫຼີ, ທິມດານ​ມາກຈະ​ແຂ່ງຂັນ​ກັບ​ທິມອິນ​ໂດ​ເນ​ເຊຍ.