ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 14:33:44    
ມາ​ກາວ​ຈະ​ຈັດ​ກອງ​ປະຊຸມ​​ເວທີ​ປາ​ໄສ ​ທັງ​ເປັນ​ງານ​ວາງ​ສະ​ແດງ​​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ເຂດ​ປານ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຈູ​ຈຽງ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ, ວັນ​ທີ 19 ​ພຶດ​ສະ​ພາ, ຄະ​ນະ​ກຳ​ມະ​ການ​​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີມາ​ກາວ​​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ​ປະ​ກາດ​ວ່າ, ກອງ​ປະຊຸມ​ເວ​ທີ​ປາ​ໄສ​ ​ທັງ​ເປັນ​ງານ​ວາງ​ສະ​ແດງ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນເຂດ​ປານ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຈູ​ຈຽງ​ຈະ​ຈັດ​ຂຶ້ນ​ຢູ່​ມາ​ກາວ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 23 ມິ​ຖະນາປີ​ນີ້.

ຕາມ​ການ​ແນະນຳ, ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຈະ​​ສຳ​ມະ​ນາການ​ພັດທະນາ​ແລະ​ຕິດຕາມ​ຄຸ້ມ​ຄອງຂອງ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ ການ​ຄົ້ນຄວ້າ​ແລະ​ຜະລິດຢາ​ພື້ນ​ເມືອງ​ຈີນ ການ​​ເຜີຍ​ແຜ່​ແລະ​​ຜະລິດ​ຕະພັນ​​​ຢາ​ພື້ນ​ເມືອງ​ຈີນ​ແລະອຸດສາຫະກຳ​ແລະ​ຕະຫຼາດ​ຢາ​ພື້ນ​ເມືອງ​ຈີນ, ພ້ອມ​ກັນ​ສະ​ແດງ​ການ​ຜະລິດ ປຸງ​ແຕ່ງ​ແລະ​ຫຸ້ມ​ຫໍ່​ຢາ​ພື້ນ​ເມືອງ​ຈີນ​ຢ່າງ​ເປັນ​ລະບົບ​ເປັນ​ຕົ້ນ. ​ໃນ​ເວລາ​ນັ້ນ, ຈະ​ມີ​ນັກ​ບາດ​ຜູ່​ຊ່ຽວຊານ​ແລະ​ພະນັກງານ​ຄົ້ນຄວ້າ​ ​ 300 ກວ່າ​ຄົນ​ທີ່​ມາ​ຈາກ​ຈີນ ອາ​ເມ​ລິ​ກາ ອັງກິດ ສວິສ​ເປັນ​ຕົ້ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ.