ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-22 19:27:50    
ຢູ່​ຈີນ​ມີ​ໂຮງຮຽນ​ໝື່ນ​ຫຼັງ​ສິດ​ສອນ​ດ້ວຍ​ພາ​ສາ​ຊົນ​ເຜົ່າ

cri Author: li
ຕາມ​ຂ່າວສາ​ນຊິນ​ຮວາ:ປັດຈຸບັນ ຢູ່ຈີນ​ມີ​ໂຮງຮຽນໜຶ່ງ​ໝື່ນ​ກວ່າ​ຫຼັງ​ສິດສອນ​ຄວາມ​ຮູ້​ດ້ວຍ​ຕົວ​ໜັງສື​ແລະ​ພາສາ​ຂອງ​ຊົນ​ເຜົ່າ​ສ່ວນໜ້ອຍ.

ຕາມ​ແນະນຳ​ວ່າ,ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນກຳນົດ​ໄວ້​ວ່າ,​ໂຮງຮຽນ​ທີ່​ຮັບ​ເອົາ​ນັກ​ຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຫຼັກ​ຢູ່​ເຂດ​ຊົນ​​ເຜົ່າ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​ຄວນ​ໃຊ້​​ແບບຮຽນ​ຕົວ​ໜັງສື​ຂອງ​ຊົນ​ເຜົ່າ​ຕົນ,ສິດສອນ​ດ້ວຍ​ພາສາ​ຂອງ​ຊົນ​ເຜົ່າ​ຕົນ. ສະນັ້ນ ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໃນ​ບັນດາ​ເຂດ​ຊົນ​ເຜົ່າ​ຈຶ່ງ​ໄດ້​ຕັ້ງໜ້າ​ປະຕິບັດ​ການ​ສິດສອນ​ດ້ວຍ​ສອງ​ພາສາ​ຄື​ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ພາສາ​ຮ້ານ​ເຊິ່ງ​ແມ່ນ​ພາສາ​ທີ່​ໃຊ້​ທົ່ວ​ໄປ​ຢູ່​ຈີນຢູ່​. ປັດຈຸບັນ ຢູ່​ໂຮງຮຽນ​ທີ່​ສອນ​ດ້ວຍ​ສອງ​ພາສາ​ແບບ​ນີ້​ມີ​ນັກຮຽນ 6 ລ້ານ​ກວ່າ​ຄົນ.