ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-23 10:21:51    
ຮອງ​ນາ​ຍົກ​ໄທ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແຂວງ​ສ້ານ​ຊີ​ຂອງ​ຈີນ

cri Author: sayvanny
ຕາມ​ຂ່າວ​ສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ 22 ພຶດ​ສະ​ພາ ທ່ານ​ສົມ​ຄິດ.ຈະ​ຕຸ​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ່​ທີ​ຫນຶ່ງ​ຂອງ​ໄທ ປະ​ທານ​ສະ​ມາ ຄົມ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ໄທ​ຈີນ​ພ້ອມ​ດ້ວຍ​ຄະນະໄດ້​ສິ້ນ​ສຸດ​ການ​ທັດ​ສະ ນາ​ຈອນ​ຢ້ຽມ​ຢາມ​ແຂວງ​ສ້ານ​ຊີ​ຂອງ​ຈີນ, ​ແລ້ວ​ຂີ່​ຍົນ​ອອກ​ຈາກ​ເມືອງ​ຊີ​ອານ​ໄປ​ເມືອງ​ເສິງ​ຕູ, ສືບ​ຕໍ່​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຕໍ່​ຈີນ.

ວັນ​ທີ 22 ພຶດ​ສະ​ພາ, ທ່ານ​ສົມ​ຄິດ​ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຊົມ​ຫໍ​ພິ​ພິ ທະ​ພັນ​ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ​ທີ່​ມີ​ຊື່​ລື​ນາມ​ໃນ​ໂລກ,ສຸ​ສານ​ຊີ​ນຊີ​ອວງ​ເຕ້ ນ້ຳ​ບໍ່​ຮວາ​ຊິ່ງ​ລາດ​ຊະ​ວົງ​ຖາງ,​ວັດ​ຟາ​ເມີນ​ທີ່​ປະ​ດິດ​ສະ​ຖານ​ພະ​ສາ​ລີ​ລິ​ຄະ​ທາດ​ແລະ​ຫໍ​ພິ​ພິ​ທະ​ພັນ​ວັດ​ຟາ​ເມີນ.

​ໃນ​​ໄລຍະ​ຢ້ຽມ​ຢາມ​ສ້າ​ນຊີ, ທ່ານ​ເສີນ​ເຕີ​ມິງ ​ເຈົ້າ​ແຂວງ​ແຂວງ​ສ້າ​ນຊີ​ໄດ້​ພົບ​ປະ​ທ່ານ​ສົມ​ຄິດ​ພ້ອມ​ຄະ​ນະ,​ແລະ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ຈັງ​ຫວັດ​ສຸກ​ໂຂ​ໄທ​ແລະ​ແຂວງ​ສ້ານ​ຊີ​ຈີນ​ຜູກ​ເປັນ​ແຂວງ​ລະ​ຈັງ​ຫວັດ​ມິດ​ຕະ​ພາບ​ກັນ,​ແລະ​ພິ​ທີ​ລົງ​ນາມ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ເຄື່ອງ​ກະ​ສິ​ກຳ​ລະ​ຫວ່າງ​ໄທ​ກັບ​ແຂວງ​ສ້າ​ນຊີ​ຈີນ.