|
 |
(GMT+08:00)
2005-05-26 16:56:18
|
ປັກກິ່ງຈັດງານວາງສະແດງຮູບແຕ້ມຍຸກປັດຈຸບັນກະໂຣເຕຍ
cri
Author: MO
ຕາມຂ່າວCRI: ງານວາງສະແດງຮູບແຕ້ມຍຸກປັດຈຸບັນກະໂຣເຕຍໄດ້ຈັດຂຶ້ນຢູ່ຫໍພິພິທະພັນແຫ່ງຊາດຈີນໃນ ວັນທີ 26 ພຶດສະພາ. ທ່ານອີໂວ ຊານາເຕ ນາຍົກລັດຖະມົນຕີກະໂຣເຕຍທີ່ພວມຢ້ຽມຢາມຈີນໄດ້ເຂົ້າຮ່ວມພິທີເປີດງານ.
ງານວາງສະແດງເທື່ອນີ້ແມ່ນງານວາງສະແດງຂະໜາດໃຫຍ່ທີ່ຈັດຂຶ້ນຢູ່ຈີນເປັນຄັ້ງທຳອິດພາຍຫລັງກະໂຣເຕຍສ້າງຕັ້ງຂຶ້ນເມື່ອປີ 1991 ມານີ້. ເທື່ອນີ້ໄດ້ວາງສະແດງຮູບແຕ້ມ 120 ແຜ່ນຂອງນັກແຕ້ມຊັ້ນເອກ 60 ທ່ານຂອງກະໂຣເຕຍຍຸກປະຈຸບັນ, ເນື້ອໃນພົວພັນເຖິງຫລາຍຂົງເຂດຄືທຳມະຊາດ ສັງຄົມ ສາສະໜາ ເທບນິຍາຍ ວັດນະຄະດີເປັນຕົ້ນ, ໄດ້ຊ່ອງແສງໃຫ້ເຫັນວັດທະນະທຳສຼາຟ ວັດທະນະທຳເມຕີເຕລະເນ, ວັດທະນະທຳເຢຍລະມັນ, ແລະວັດທະນະທຳອິສລາມໄດ້ເຊື່ອມໂຍງເຂົ້າກັນຢູ່ກະໂຣເຕຍ.
|
|
|