ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-27 15:14:20    
ອາ​ຊຽນ​ກາຍ​ເປັນ​ຄູ່​ການ​ຄ້າ​ແກ້ວ​ທຽມ​ຕົ້ນ​ຕໍ​ຂອງ​ຈີນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ເມືອງ​ອູ​ໂຈວ ​ເຂດ​ກວາງ​ຊີ​ປົກ​ຄອງ​ຕົນ​ເອງ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ເຊິ່ງ​ເປັນ​ບ່ອນ​ປຸງ​ແຕ່ງ​ແກ້ວ​ທຽມ​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ​ວ່າ, ປະ​ຈຸ​ບັນ ປະ​ເທດ​ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ແກ້ວ​ທຽມ​ຕົ້ນຕໍ​ຂອງ​ຈີນ​ແລ້ວ.

ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ແກ້ວ​ທຽມ​ກາຍ 40% ​ໃນ​ໂລກ​ແມ່ນ​ຜະລິດ​ຢູ່​ເມືອງ​ອູ​ໂຈ​ວ, ​​ແກ້ວ​ທຽມ​ທີ່​ເມືອງ​ອູ​ໂຈວ​ຜະ​ລິດ​​ໄດ້​ສົ່ງ​ຂາຍ​ໃຫ້​ໄທ ອິນ​ເດຍ​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ, ປະ​ເທດ​ອາ​ຊຽນຄື​ໄທ​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ແກ້ວ​ທຽມ​ຕົ້ນ​ຕໍ​ຂອງ​ເມືອງ​ອູ​ໂຈວ.

ປະ​ຈຸ​ບັນ, ​ເມືອງ​ອູ​ໂຈ​ວມີ​ພໍ່​ຄ້າ​ແກ້ວ​ທຽມ 400 ກວ່າ​ຄົນ​ໄດ້​ສ້າງ​ການ​ພົວ​ພັນ​ປະ​ຈຳ​ຫມັ້ນ​ຄົງ​ກັບ​ຕະ​ຫລາດ​ແກ້ວ​ຂອງ​ປະ​ເທດ​ອາ​ຊຽນ​ແລ້ວ.