ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 09:58:18    
ຜູ້ນຳ​ຈີນ​ມຽນ​ມາ​ຕ່າງ​ຝາກ​ໂທລະ​ເລກ​ອວຍ​ພອນ​ແກ່​ກັນ​ສະ​ຫລອງ​ວັນ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຄົບ​ຮອບ 55​ ປີ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ມິຖຸນາ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກັບ​ທ່ານ​​ພົນ​ເອກ​ພິ​ເສດດານ​ສ໌ວີ ປະທານ​ຄະນະ​ກຳມະການ​ສັນຕິພາບ​ແລະ​ການ​ພັດທະນາ​ແຫ່ງ​ຊາດມຽນມາ​ຕ່າງ​ຝາກ​ໂທລະ​ເລກ​ອວຍພອນ​ແກ່​ກັນ, ສະຫລອງ​ສອງ​ປະ​ເທດ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 55 ປີ.

ໃນ​ໂທລະ​ເລກ​ອວຍພອນ, ທ່ານ​ຫູ​ຈິນທາວ​ກ່າວ​ວ່າ, ຈີນ​ຖະນຸ​ຖະໜອມມິດຕະພາບ​ທີ່ມີ​ມູນ​ເຊື້ອ​ລະຫວ່າງ​ຈີນ​ມຽນມາ, ຍິນ​ດີ​ພ້ອມ​ກັນ​ກັບ​ມຽນມາ​ທຳ​ຄວາມ​ພະຍາຍາມ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດລະຫວ່າງສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຕື່ມ​ອີກ, ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງລະຫວ່າງຈີນ​ມຽນມາ​ໃນ​ສະຕະວັດ​​ໃໝ່​ຂະຫຍາຍຕົວ​ລົງ​ສູ່​ລວງ​​ເລິກ, ​ເປັນ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ​ແລະ​ໝູ່​ຄູ່​ທີ່​ດີ.

ໃນ​ໂທລະ​ເລກ​ອວຍພອນ​ຂອງ​ທ່ານ​ດານ​ສ໌ວີ​ຝາກ​ໄປ​ຍັງທ່ານ​ຫູ​ຈິນທາວ​ນັ້ນ, ທ່ານ​ກ່າວ​ວ່າ, ​ແຕ່​ສອງ​ປະ​ເທດ​ສ້າງສາ​ຍສຳພັນ​ການ​ທູດ​​ເປັນຕົ້ນມາ, ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດລະຫວ່າງ​ມຽນມາ​ຈີນ​ໄດ້​ຂະຫຍາຍຕົວ​ລົງ​ສູ່​ລວງ​ເລິກ, ຂົງ​ເຂດ​ການ​ຮ່ວມ​ມື​​ເປີດ​ກວ້າງ​ອອກ​ເລື້ອຍໆ. ມຽນມາ​ຫວັງ​ຢ່າງ​ຈິງ​ໃຈ​ວ່າ, ຈະ​ຮ່ວມ​ມື​ຢ່າງ​ສະໜິດ​ແໜ້ນ​ກັບ​ຈີນຕໍ່​ໄປ. ​ເຊື່ອ​ວ່າ, ການ​ລະ​ລຶກສອງ​ປະ​ເທດ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 55 ປີ​ຈະ​ຍົກ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ທີ່​ມີ​ຢູ່​ແລ້ວ​ນັ້ນຂຶ້ນ​ສູ່​ລະດັບ​ໃໝ່.