ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-09 09:20:53    
ຜູ້ນຳ​ຈີນ​ຟິລິບ​ປິນ​ຕ່າງ​ຝາກ​ໂທ​ລະ​ເລກ​ອວຍ​ພອນ​​ວັນ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຄົບ​ຮອບ 30 ​ປີ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 9 ມິຖຸນາ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນກັບທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟິລິບ​ປິນຕ່າງ​ຝາກ​ໂທລະ​ເລກ​ແກ່​ກັນ, ອວຍພອນ​ການ​ສ້າງສາ​ຍສຳພັນ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 30 ປີ​ຢ່າງສຸດ​ອົກ​ສຸດ​ໃຈ.
​​
ໃນໂທລະ​ເລກ​ອວຍພອນ​, ທ່ານ​ຫູ​ຈິນທາວກ່າວ​ວ່າ, ​ແຕ່​ຈີນ​ຟິລິບ​ປິນສ້າງສາຍສຳພັນ​ການ​ທູດ 30 ປີ​ມາ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຈີນ​ຟິລິບ​ປິນ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ໃຫຍ່​ຫລວງ, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ມາ​ໃຫ້​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ, ​ແລະ​ໄດ້​ປະກອບສ່ວນ​ອັນຕັ້ງໜ້າ​​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​​ແຫ່ງ​ນີ້. ມິດ​ຕະກາບ​ຈີນ​ຟິລິບ​ປິນ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ຮ່ວມ​ທີ່​ລ້ຳ​ຄ່າຂອງ​ປະຊາຊົນ​ສອງ​ຊາດ​ແລ້ວ.

ໃນ​ໂທລະ​ເລກ, ທ່ານ​ນາງ​ອາ​ໂລ​ໂຢກ່າວ​ວ່າ, ຂະ​ບວນວິວັດ​ການ​ພົວພັນ​ຟິລິບ​ປິນຈີນ​ໃນ 30 ປີ​ມາ​ນີ້​ແມ່ນຂະ​ບວນການ​ທີ່​ສອງ​ປະ​ເທດຮັດ​ແໜ້ນ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວາມ​ເຂົ້າ​ໃຈ​ກັນ​ເພີ່ມ​ຂຶ້ນ​ເລື້ອຍໆ, ​ແລະ​ມິດຕະພາບ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາງ​ອາ​​ໂລ​​ໂຢກ່າວ​ວ່າ, ຟິລິບ​ປິນຈີນ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ແຫ່ງ​ການພົວພັນ​ຄູ່​ຂາ, ​ເຊື່ອ​ວ່າ, ຄາດໝາຍ​ທີ່​ສອງ​ຝ່າຍຕົກລົງກັນ​ນັ້ນຍ່ອມ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ແນ່ນອນ.