ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-12 21:10:52    
ຢູ່ຈີນ​ມີ​ປະມານ 3000 ຄົນ​ເຂົ້າ​ຮ່ວມ​ການ​​ຍ່າງ​​ເຮັດ​​ບຸນ​ກຸສົນ​​ເພື່ອ​​ແຜ່ເງິນ​​​ອຸດ​ຫນູນໂຄງການ​ບຳບັດຄວາມ​ທຸກ​ຍາກ​ຊ່ອຍ​ເຫຼືອ​​ເດັກນ້ອຍເຂົ້າ​​ໂຮງຮຽນໃນ​ທົ່ວ​ໂລກ

cri

ຕາມ​ຂ່າວCRI  ວັນ​ທີ 12 ມິຖຸນາ ຕົວ​ເມືອງ​ໃຫຍ່​ສາມ​ແຫ່ງ​ຄື ນະຄອນ​ປັກ​ກິ່ງ ນະຄອນ​ຊຽງ​ໄຮ້​ແລະ​ນະຄອນ​ກວາງ​ໂຈ​ວຂອງ​ຈີນ​ຕ່າງໄດ້​ຈັດ​ໃຫ້​ມີການ​ຍ່າງ​ເຮັດ​ບຸນ​ກຸສົນ​ທີ່​ມີ​ຫົວ​ຂໍ້​ວ່າ ຍ່າງ​ຢູ່​ໃຕ້​ຟ້າ ຕ້ານທານ​ຄວາມ​ອຶດຫິວ  ​ເພື່ອ​​ແຜ່​ເງິນ​ຊ່ອຍເຫຼືອພວກ​ເດັກນ້ອຍ​ທີ່​ທຸກ​ຍາກ​​ໃຫ້​ໄດ້​ເຂົ້າ​ໂຮງຮ​ຽນ


ຕາມ​ຊາບ​ວ່າ ມື້​ດຽວ​ກັນ ຢູ່​ສາມເມືອງ​​ໃຫຍ່​ດັ່ງກ່າວມີ​ປະມານ 3000ຄົນ​ເຂົ້າຮ່ວມ​ການ​ຍ່າງ​​ແຜ່​ເງິນ​ເຮັດ​ບຸນ​ກຸສົນ ​ເອົາ​ເງິນ​ທີ່​ແຜ່​ມາ​ໄດ້​ມອບ​ໃຫ້ ໂຄງການ​ບຳບັດ​ຄວາມທຸກ​ຍາກ​ແລະ​ຊ່ອຍ​ເຫຼືອ​​ເດັກນ້ອຍ​ຜູ່​ທຸກ​ຍາກ​ໃນແຂວງ​ການ​ຊູ່ ພາກ​ຕາ​ເວັນ​ຕົກສ​ຽງ​ເຫນືອ​ຂອງ​ຈີນທີ່​ອົງການ​ແຜນການ​ທັນ​ຍາ​ຫານ​ໂລກ​ສະຫະ​ປະຊາ​ຊາດຈັດ​ຢູ່​ຈີນ  ສະຫນອງອາ​ຫານ​​ໃຫ້​ເດັກນ້ອຍທີ່​ເຊົາ​ຮຽນ​ຍ້ອນ​ທຸກ​ຍາກ​​ເກືອບ 6000 ຄົນ  ຊ່ອຍ​ພວກ​ເຂົາ​ກັບ​ຄືນ​ສູ່​ໂຮງຮຽນ