ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-13 12:16:39    
ຫ້ອງ​ສຶກສາຄົ້ນຄວ້າ​ນາຍ​ຕຳຫຼວດ​ຊັ້ນ​ສູງ​ຈີນອາ​ຊຽນຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri

ຕາມ​ຂ່າວCRI   ວັນ​ທີ 13 ມິຖຸນາ  ຫ້ອງສຶກສາ​ຄົ້ນຄວ້າ​ນາຍ​ຕຳຫຼວດ​ຊັ້ນ​ສູງ​ຈີນ​ກັບ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ  ນາຍ​ຕຳຫຼວດ​ຊັ້ນ​ສູງ 30 ກວ່າ​ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ການ​ສຶກສາຄົ້ນຄວ້າ​ເທື່ອ​ນີ້


ການ​ສຶກສາຄົ້ນຄວ້າ​​ເທື່ອ​ນີ້​ມີ​ຈຸດປະສົງ​ເພື່ອ​​ໃຫ້​ພະນັກງານຕຳຫຼວດ​ຊັ້ນ​ສູງ​ຂອງ​ປະ​ເທດ​ອາ​ຊຽນເຂົ້າ​ໃຈ​ລະບອບ​ກົດຫມາຍ​ແລະ​ວຽກ​ງານ​ຕຳຫຼວດ​ຂອງ​ຈີນ​ເພີ່ມ​ຂື້ນ  ຄົ້ນຄວ້າ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ຝ່າຍ​ຕຳຫຼວດ​ຕື່ມ​ອີກ  ປ້ອງ​ກັນ​ແລະ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ການ ຕ້ອງ​ໂທດ​ຂ້າມ​ຊາດ​ໃນ​ພາກ​ພື້ນ​ນີ້


ໃນ​ຫຼາຍ​ປີ​ມາ​ນີ້  ຄຽງ​ຄູ່​ກັບການ​ໄປມາຫາສູ່​ກັນ​ທາງ​​ເສດຖະກິດ​ການ​ຄ້າແລະ​ບຸກຄະລາ​ກອນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເພີ່ມ​ຂື້ນ  ການ​ເຄື່ອນ​ໄຫວ​​ຕ້ອງ​ໂທດ​ກໍ​ໄດ້ມີ​ຈຸດ​ພິ​ເສດ​ທີ່​ຫັນ​ເປັນ​ພາກ​ພື້ນ​ແລະ​ມີ​ການຈັດ​ຕັ້ງ   ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ປະຕິບັດ​ກົດຫມາຍ  ​ເດືອນ​ມັງກອນ​ປີ 2004    ຈີນ​​ແລະ​ອາ​ຊຽນ​ໄດ້​ເຊັນ​ບົດ​ບັນທຶກຄວາມ​ເຂົ້າໃຈ​ກັນ​ຮ່ວມ​ມື​ທີ່​ກ່ຽວຂ້ອງ  ​ແລະ​ວາງ​ແຜນການ​ຮ່ວມ​ມື​ທີ່​ກຳນົດ​ເວລາ 5 ປີ     ຫ້ອງສຶກສາ​ຄົ້ນຄວ້າ​​ເທື່ອ​ນີ້​ແມ່ນ​ບາດກ້າວ​ລະອຽດ​​ໃນ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ປີ 2005

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040