ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 14:29:12    
ມາ​ກາວ​ຈັດ​ການ​ເຝິກ​ຊ້ອມ​ປະ​ສົມ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢ່າງ​ຂະ​ຫນາດ​ໃຫຍ່

cri

ຕາມ​ຂ່າວສານ​ຊິນ​ຮວາ   ​ເພື່ອ​ຮັບປະກັນ​ໃຫ້​ມາ​ກາວ​ສາມາດ​ຈັດ​ງານ​ກິລາ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ຢ່າງ​ປອດ​ໄພ​ໃນ​ເດືອນ​ຕຸລາ​ປີ​ນີ້   ວັນ​ທີ 16 ມິຖຸນາ  ມາ​ກາວ​ໄດ້​ຈັດການຮ່ວມ​ກັນ​ເຝິກຊ້ອມຕ້ານ​ການ​ກໍ່​ການ​ຮ້າຍ​ຢ່າງ​ຂະຫນາດ​ໃຫຍ່​ທີ່​​ໃຫ້ຊື່ວ່າ ​ໄກ່​ຄຳ ປີ 2005

ການ​​ເຝິກ​ຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້​ຮັບ​ມື​ກັບ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ການ​ກໍ່​ການ​ຮ້າຍ​ຫຼາຍ​ລາຍ​​ເຊິ່ງລວມທັງ​​ເຫດການ​ກໍ່​ການ​ຮ້າຍ​ຢູ່​ທາງເຂົ້າ​ປະຕູ​ຂອງ​ຫໍກິລາ   ​ເຫດການ​ພວກຈໍ​ລາ​ຈັດດຶງສາຍ​ຊະນວນ​ລູກຫມາກ​ແຕກ​ມື​ເຄມີ​ຊີວະ​ຊາດ ​ແລະ​ເຫດການ​ລະ​ເບີດລົດຍົນ​ແລະ​ຈີ້ຕົວ​ປະກັນ​ຢູ່​ເດີ່ນ​ຈອດ​ລົດ


ເມື່ອ​ໄດ້​​ເຝິກຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢ່າງ​ຂະຫນາດ​ໃຫຍ່​ເປັນ​ເວລາ 3 ຊົ່ວ​ໂມງ​ປາຍ​ເທື່ອ​ນີ້  ການ​ວັດ​ແທກ​ຄວາມ​ສາມາດ​ຮັບ​ມື​ຂອງພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ຂະນະ​ທີ່​ມາ​ກາວ​ຍົກ​ຄວາມສາມາດ​ໃນ​ການ​ໂຈມ​ຕີ​ການ​ຕ້ອງ​ໂທດອາຍາ​ໃຫ້​ສູງຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ  ກໍ​ມີ​ກຳລັງຊຳລະ​ແກ້​ໄຂການ​ກໍ່​ການ​ຮ້າຍ​ຫຼາຍ​ເທື່ອ