ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 14:43:08    
ສະພາ​ກາ​ແດງ​ມາ​ກາວ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ຊ່ອຍ​ສ້າງ​ເຂດ​ປະ​ສົບ​ໄພ​ຊູ​ນາ​ມີ​ຄືນ​ໃຫມ່

cri

ຕາມ​ຂ່າວສານ​ຊິນ​ຮວາ  ວັນ​ທີ 16 ມິ​ຖູ​ນາ ສື່​ມວນ​ຊົນ​ມາ​ກາວ​ລາຍ​ງານ​ວ່າ  ສະພາກາ​ແດງ​ມາ​ກາວ​ຂອງ​ຈີນ​ມີ​ແຜນ​ຈະ​ເບີກ​ເງິນ​ປະມານ 24 ລ້ານ​ປາ​ຕາ​ກາ​ຈາກ​ເງິນ​ກຸສົນຊ່ອຍ​ກູ້​ໄພ​ຊູ​ນາ​ມີ​ທີ່​ອົງການ​ປົກຄອງ​ເຂດ​ພິ​ເສດ​ມາ​ກາວ​​​ແຜ່​ມາໄດ້   ​​ເພື່ອເຂົ້າ​ຮ່ວມ​ໂຄງການ​ສ້າງສາ​ຄືນ​ໃຫມ່​ຫຼັງ​ໄພພິບັດ


ຕາມ​ຊາບ​ວ່າ  ຍອດ​ມູນ​ຄ່າ​ເງິນ​ກຸສົນກູ້​​ໄພ​ຊູ​ນາ​ມີ​ທີ່​ມາ​ກາວ​ໄດ້​ຫ້າງ​ຫາ​ ​ລື່ນ​ກາຍ 40 ລ້ານປາ​ຕາ​ກາ  ​ສະ​ເລ່ຍ​ແລ້ວ​ໄດ້ບໍລິຈາກ 90 ກວ່າ​ຢວນຕໍ່​ຄົນ   ​ໃນ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ ​ໄດ້​ຝາກ​ເງິນ 10 ​ກວ່າ​ລ້ານຢວນ​ໄປ​ໃຫ້ເຂດ​ປະສົບ​ໄພ​​ເພື່ອໃຊ້​ເຂົ້າ​ໃນ​ການ​ຊ່ອຍ​ກອບ​ກູ້​ດ່ວນ


ຕາມ​ແນະນຳ​ວ່າ ​ໂຄງການ​ສ້າງສາຄືນ​ໃຫມ່​ຫຼັງ​ໄພພິບັດ​ທີ່​ສະພາ​ກາ​ແດງ​ມາ​ກາ​ວເຂົ້າ​ຮ່ວມ​ມີ​ດັ່ງນີ້ຄື ຈັດ​ຕັ້ງ​ການ​ບໍລິການ​ລົດ​ແພດ  ຟຶ້ນຟູການ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຜູ່ປະສົບ​ໄພ  ກໍ່ສ້າງ​ບ້ານ​ມິດຕະພາບ​ແລະ​​ໂຮງລ້ຽງ​ເດັກອະນາຖາ​ເປັນ​ຕົ້ນ