ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 21:00:49    
ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຂະ​ຫຍາຍ​ການ​ພົວ​ພັນ​ກັບຣັດ​ເຊຍ

cri

ຕາມ​ຂ່າວCRI: ວັນ​ທີ 17 ມິຖຸນາ,ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າພົບ​ຂອງ​ທ່ານ​ກິຼສລົຟ ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ​ທີ່​ມາ​ຢ້ຽມຢາມ.ທ່ານ​ກ່າວ​ວ່າ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ກັບຣັດ​ເຊ​ຍ,ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍຣັດ​ເຊຍ,ຊຸກ​ຍູ້​ການ​ພົວພັນໝູ່ຄູ່​ປະສານ​ງານດ້ານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ຂຶ້ນ​ສູ່​ລະດັບ​ໃຫມ່​ຢ່າງ​ບໍ່​ຢຸ​ດຢັ້ງ.
ທ່ານ​ຫູ​ຈິນທາວ​ເວົ້າວ່າ,ສອງ​ປະ​ເທດ​ລ້ວນ​ແຕ່​ປະ​ເຊີນ​ກັບຫນ້າ​ທີ່ສຳຄັນ​ທີ​ປົກ​ປັກ​ຮັກສາສັນຕິ​ພາບ ສະຖຽນ​ລະ​ພາບ ​ເລັ່ງລັດ​ພັດທະນາ​ເສດຖະກິດ.ສອງ​ປະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາ​ສານ​ແລະ​ມີອະນາຄົດ​ອັນ​ກວ້າງຂວາງ.

ທ່ານ​ກຼິສລົຟ​ເວົ້າວ່າ,ຣັດ​ເຊຍ​ຮູ້ສຶກ​ເພິ່ມພໍ​ໃຈ​ຕໍ່​ການ​ພົວພັນໝູ່​ຄູ່​ປະສານ​ງານດ້ານ​ຍຸດ​ທະ​ສາດຣັດ​ເຊຍ​ຈີນ​ໃນ​ຫລາຍ​ປີ​ມາ​ນີ້​ໄດ້​ຂະຫຍາຍຕົວ​ອອກ​ຢ່າງ​ຫນັກ​ແໜ້ນ​ແລະ​ປອດ​ໃສ.ສະພາ​ສະຫະພັນ​ແລະ​ສະພາ​ດູ​ມາຣັດ​ເຊຍ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ຊຸກ​ຍູ້​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ເສດຖະກິດ​ການ​ຄ້າ ພະລັງງານ ລະບອບ​ກົດຫມາຍ​ແລະ​ວັດທະນະທຳ​ເປັນ​ຕົ້ນ​ຂະຫຍາຍຕົວ​ລົງ​ສູ່ລວງ​ເລິກ