|
 |
(GMT+08:00)
2005-06-20 10:35:19
|
ງານຮູບເງົາສາກົນຊຽງໄຮ້ຄັ້ງທີ 8 ໄດ້ອັດລົງ
cri
Author: mo
ຕາມຂ່າວສານຊີນຮວາ: ງານຮູບເງົາສາກົນຊຽງໄຮ້ຄັ້ງທີ 8 ໄດ້ອັດລົງໃນຕອນຄ່ຳວັນທີ 19 ມິຖຸນາ. ລາງວັນຈິນເຈຂອງງານຮູບເງົາໄດ້ເບີກລາງວັນ 8 ຊະນິດແລ້ວ.
ງານຮູບເງົາຄັ້ງນີ້ໄດ້ດຶງດູດຟິມທີ່ມີທຳນອງຕ່າງກັນທີ່ມາຈາກແຫ່ງຕ່າງໆຂອງໂລກ, ບໍ່ວ່າຟິມທີ່ເຂົ້າຮ່ວມການແຂ່ງຂັນ, ແລະຂະໜາດການຊື່ຂາຍລາຍການລ້ວນແຕ່ໄດ້ລື່ນກາຍທຸກສະໄໝທີ່ຜ່ານມາ. ສະຖິຕິທີ່ມາຈາກຄະນະກຳມະການຈັດງານສະແດງໃຫ້ເຫັນວ່າ, ແຕ່ວັນທີ 11 ຮອດວັນທີ 19 ມິຖຸນາ, ງານຮູບເງົາສາກົນຊຽງໄຮ້ຄັ້ງທີ 8 ໄດ້ສາຍຮູບເງົາສາກົນ 196 ເລື່ອງ, ມູນຄ່າຊື້ຂາຍກັນຂອງອົງການສື່ມວນຊົນແລະບໍລິສັດຮູບເງົາແລະໂທລະພາບ 200 ກວ່າແຫ່ງຂອງໂລກໃນງານຮູບເງົາຄັ້ງນີ້ໄດ້ບັນລຸເຖິງ 980 ລ້ານຢວນ.
|
|
|