ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 16:28:54    
ທ່ານ​ຖາງ​ອິງ​ນຽນ​ຊົມ​ເຊີຍ​ທ່ານ​ເຈິ​ງອິນ​ຊວນ​​ໄດ້​ຮັບແຕ່ງ​ຕັ້ງ​ເປັນ​ຜູ່​ວ່າການ​ເຂດ​ບໍ​ຫານ​ພິ​ເສດ​ຮົງ​ກົງ​ຈາກເປັນ​ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງຈາກ​ລັດຖະບານ​ປະຊາຊົນ​ສູນ​ກາງປະຊາຊົນ

cri

ຕາມ​ຂ່າວສານ​ຊິນ​ຮວາ    ຕອນ​ທ່ຽງວັນ​ທີ 21 ມິຖຸນາ  ທ່ານ​ຖາງ​ອິງ​ນຽນ  ຜູ່​ວ່າການ​ພາງ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ໃຫ້​ສຳພາດ ຊົມ​ເຊີຍທ່ານເຈິ​ງອິນ​ຊວນ​​ໄດ້​ຮັບ​ແຕ່ງ​ຕັ້ງຈາກ​ລັດຖະບານ​ປະຊາຊົນ​ສູນ​ກາງ​ເປັນ​ຜູ່​ວ່າການ​ຜູ່​ໃຫມ່ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ


ທ່າ​ນຖາງ​ອິນ​ນຽນ​ກ່າວ​ວ່າ  ທ່ານ​ເຈິ​ງອິນ​ຊວນມີ​ຄວາມ​ສາມາດ​ນຳພາ​ອັນ​ດີ​ເດັ່ນ​ແລະ​ມີບົດຮຽນ​ຄຸ້ມ​ຄອງ​ຮົງ​ກົງທີ່​ອຸດົມສົມບູນ  ​ໃນ​ເວລາ​ເລືອກຕັ້ງ​ຜູ່​ວ່າການ​ເທື່ອ​ນີ້​ໄດ້​ຮັບ​ການສະ​ເຫ​ນີຊື່​ຈາກກຳມະການ​ເລືອກ​ຕັ້ງ​ສ່ວນ​ຫຼາຍ​ທີ່​ສຸດ ​ແລ້ວ​ໄດ້ຮັບ​​ເລືອກ​ຕັ້ງ  ​ເຊື່ອ​ວ່າ​ພາຍ​ໃນ​ສອງ​ປີ​ຂ້າງ​ຫນ້າ  ທ່ານ​ເຈິ​ງອິນ​ຊວນ​ຍ່ອມຈະ​ປົກຄອງ​ຮົງ​ກົງ​​ໄດ້​ດີ​ຕາມ​ກົດຫມາຍ​ພື້ນຖານ​ແລະ​ຫຼັກການ​ປະ​ເທດ​ດຽວ​ສອງ​ລະບອບ    ທ່ານ​ຖາງ​ອິນ​ນຽນ​ກ່າວ​ຢ້ຳວ່າ ພວກ​ເຮົາ​ຍ່ອມຈະ​ພ້ອມ​ກັນ​ພະຍາຍາມຢ່າງ​​ແນ່ນອນ ພ້ອມ​ຈິດ​ພ້ອມ​ໃຈ​ຮ່ວມ​ແຮງ  ສ້າງສາ​ສັງຄົມ​ທີ່​ຈະເລີ​ນຮຸ່ງ​ເຮືອງ  ສະຫງົບ​ລົງ​ແລະ​ກົມ​ກຽວ​ກັນ


ສຳນັກ​ງານຖະ​ແຫຼ​ງຂ່າວ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ປະກາດ​ໃນ​ທັນທີ​ວ່າ  ທ່ານ​ເຈິ​ງອິນ​ຊວນ  ຜູ່​ວ່າການ​ຜູ່​ໃຫມ່​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ຈະ​​​ໄປຮັບ​​​ເອົາການ​ແຕ່ງຕັ້ງຢູ່​ປັກ​ກິ່ງ​ໃນ​ວັນ​ທີ 23 ມິຖຸນາ  ​ແລະ​ສະບາ​ນຕົວ​ຂຶ້ນ​ດຳລົງ​ຕຳ​ແຫນ່​ງ​ໃນ​ວັນ​ທີ 24 ມິຖຸນາ