ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 20:17:49    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ສະ​ຫະ​ພາບ​ເອີ​ລົບ​ບໍ​ໄດ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ໃຫ້​ຈີນ

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 21 ມິຖຸນາ ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ເສຍດາຍ​ຕໍ່ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ພາບ​ເອີ​ລົບ​ບໍ່ໄດ້​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,​ໃນ​ຂະນະ​ດຽວ​ກັນນັ້ນ ຝ່າຍ​ຈີນ​ກໍ​ໄດ້​ສັງ​ເກດ​ເຫັນ​ວ່າ,ຂໍ້​ສະຫຼຸບ​ຂອງ​ປະ​ເທດ​ປະທານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ພາບ​ເອີ​ລົບ​ກ່າວ​ລື້ມວ່າ,​ສະຫະພາບ​ເອີ​ລົບ​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ກັບ​ຈີນ. ຝ່າຍ​ຈີນ​ຫວັງ​ໃຫ້​ສະຫະ​ພາບ​ເອີ​ລົບ​ຖືພາກ​ສ່ວນ​ໃຫຍ່​ທີ່​ຂະຫຍາຍ​ການ​ພົວພັນ​ຈີນ​ເອີ​ລົບ​ຕື່ມ​ອີກ​ນັ້ນ​ເປັນ​ແກ່,ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ​ໂດຍ​ໄວ,​ເພື່ອ​ປັດກວາດ​ອຸປະສັກ​​ໃນການ​ຂະຫຍາຍ​ການ​ພົວພັນ​ຈີນ​ເອີ​ລົບ.