ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 20:20:14    
ທ່ານ​ຫູ​ຈິນທາວ​ຈະ​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ,​ກາ​ຊັກ​ສະ​ຕັງ​ແລະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ

cri Author: li
ຕາມ​ຂ່າວ CRI: ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ຣັດ​ເຊຍ​ແລະ​ກາ​ຊັກ​ສະ​ຕັງ​ທາງ​ລັດຖະກິດ​ຕາມ​ຄຳ​ເຊີນ​ແຕ່​ວັນ​ທີ 30 ມິຖຸນາ​ຮອດວັນ​ທີ 7 ກໍລະກົດ,​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ປະມຸກ​ລັດ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຈະ​ໄຂ​ຂຶ້ນຢູ່​ອັສ​ທາ​ນາ ນະຄອນ​ຫຼວງ​ກາ​ຊັກ​ສະ​ຕັງ ​ແລະ"ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ຜູ້ນຳ​ຂອງ​ກຸ່ມ 8 ປະ​ເທດ​ກັບ 5 ປະ​ເທດ​ຄື​ຈີນ,ອິນ​ເດຍ,​ເບຼຊິນ,ອາ​ຟິຼກາ​ໃຕ້​ແລະ​ແມັກຊິກ"ທີ່​ຈັດ​ຂຶ້ນຢູ່​ອັງກິດ.

​ໃນ​ເວລາ​ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະກາດ​ຂ່າວ​ດັ່ງກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມິຖຸນາ​ນັ້ນ ທ່ານ​ກ່າວ​ວ່າ,ທ່ານ​ຫູ​ຈິນທາວ​ຢ້ຽມຢາມ​ຣັດ​ເຊຍ​ມີ​ຈຸດປະສົງ​ຍົກ​ລະດັບ​ຂອງ​ການ​ພົວພັນ​ຄູ່​ຂາ​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ໃຫ້​ສູງ​ຂຶ້ນ.ວັນ​ທີ 21 ມິຖຸນາ ຢູ່​ທີ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ຂອງຣັດ​ເຊຍ,​ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຂາ​ຮ່ວມ​ມື​ຍຸດ​ທະ​ສາດ,ການຮ່ວມ​ມື​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ແລະ​ບັນຫາ​ສາກົນ​ທີ່​ສຳຄັນ​ເປັນຕົ້ນ.