ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 20:24:35    
ທ່ານ​ເຈິ​ງອິນ​ສວນ​ກ່າວ​ວ່າ​ຈະ​ບໍ່​ເຮັດ​ໃຫ້​ລັດ​ຖະ​ບານ​ກາງ​ພາດ​ຫວັງ​ເດັດ​ຂາດ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 21 ມິຖຸນາ ຢູ່​ທີ່​ຮົງ​ກົງ ທ່ານ​ເຈີງ​ອິນ​ສວນ ຜູ້​ວ່າການ​ບໍລິຫານ​ຄົນ​ໃໝ່​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ຈັດ​ງານ​ຊຸມນຸມ​ນັກ​ຂ່າວ,ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ​ກາງ​ທີ່​ເຊື່ອ​ຖືທ່ານ,​ແລະ​ກ່າວ​ວ່າ,ຈະ​ບໍ່​ເຮັດ​ໃຫ້​ລັດຖະບານ​ກາງ​ພາດ​ຫວັງ​ຢ່າງ​ເດັດຂາດ.

ທ່ານ​ເຈິ​ງອິນ​ສວນ​ຍັງ​ກ່າວ​ວ່າ,ທ່ານ​ຈະຄຳນຶງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ໄທ​ເມືອງ​ຮົງ​ກົງ​ຢູ່​ທຸກ​ເວລາ,ສືບ​ຕໍ່​ສົນທະນາ​ກັບ​ບຸກຄົນ​ຂະ​ແໜງ​ການ​ງານ​ຕ່າງໆ,ຊອກ​ຮູ້​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ໄທ​ເມືອງ​ທຸກ​ຊັ້ນຄົນ. ​ທ່ານ​ກ່າວ​ເນັ້ນວ່າ,ພາຍ​ໃຕ້​ການ​ສະໜັບ​ສະໜູນ​ຂອງ​ໄທ​ເມືອງ​ຮົງ​ກົງ,ຮົງ​ກົງ​ຍ່ອມ​ສາມາດ​ສ້າງ​ຜົນງານ​ດີ​ເດັ່ນ​ອີກ​ແນ່​ນອນ,​ເຮັດ​ໃຫ້​ຮົງ​ກົງ​ກາຍ​ເປັນ​ຕົວ​ເມືອງ​ສາກົນ​​ແທ້​ຈິງໃນ​ອາຊີ​,​ເປັນ​ຖິ່ນ​ຖານ​ບ້ານ​ຊ່ອງ​ທີ່​ສົມ​ປະສົງ​ຂອງ​ໄທ​​ເມືອງ.