ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 20:28:09    
ຈີນ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ນຳ​ຜົນ​ການ​ພົບ​ປະ​​ເໜືອ​ໃຕ້​ຂອງ​ແຫຼມ​ເກົາ​ຫຼີ

cri Author: li
​ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ມິຖຸນາ ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ນຳ​ຜົນ​ການ​ພົບ​ປະລະ​ຫວ່າງ​ທ່ານ​ກິມ​ເຈີງ​ອິນ ຜູ້ນຳ​ສປປ​ເກົາຫຼີກັບ​ທ່ານ​​ເຈິ​ງດົງ​ຢົງ ທູດ​ພິ​ເສດ​ຂອງ​ປະທາ​ນາທິບໍດີ​ສ.​ເກົາຫຼີ ລັດຖະ​ມົນຕີ​ກະຊວງ​ໂຮມ​ເປັນ​ເອກະ​ພາບ​ກັນ​ຂອງ​ສ.​ເກົາຫຼີ.

​ໃນ​ເວລາ​ວິຈານ​ການ​ພົບ​ປະລະ​ຫວ່າງ​ທ່ານ​ກິມ​ເຈິ​ງອິນ​ກັບ​ທ່ານ​​ເຈິ​ງດົງ​ຢົງທີ່​ຈັດ​ຂຶ້ນຢູ່​ພຽງ​ຢາງ​ໃນ​ວັນ​ທີ 17 ມິຖຸນາ​,ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,ຝ່າຍ​ຈີນ​ສະໜັບ​ສະໜູນ​ສອງ​ຝ່າຍ​ເໜືອ​ໃຕ້​ຂອງ​ແຫຼມ​ເກົາຫຼີທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ,ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ,​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ຕໍ່​ໝາກຜົນ​ທີ່​ການ​ພົບ​ປະ​ໄດ້​ຮັບ.

ທ່ານ​ລິວ​ຈ້ຽນຊາວ​ໄດ້​ຢ້ຳຄືນຫຼັກໝັ້ນຂອງ​ລັດຖະບານ​ຈີນ​ໃນ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.