ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-23 20:58:18    
ທ່ານ​ຖາງ​ເຈຍສວນ​ກ່າວ​ວ່າ  ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ບັນດາ​ຝ່າຍ​ຊຸກຍູ້​ໃຫ້ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ໄວ

cri

ຕາມ​ຂ່າວCRI   ວັນ​ທີ 23 ມິຖຸນາ  ທ່ານ​ຖາງ​ເຈຍ​ສວນ  ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະ​ທ່ານ​ລີ​ໄຮ​ຈັນ ນາຍົກລັດຖະມົນຕີສ.​ເກົາຫຼີ​ທີ່​ມາ​ຢາມ   ທ່ານ​ກ່າວ​ວ່າ  ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ ເອົາ​ໃຈ​ໃສ່​ນຳ​ ​ຊັກ​ຈູງ​ຕາມ​ສະພາບ​ການ ຊຸກຍູ້​ໃຫ້ຟື້ນ​ຟູການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​​ໂດຍ​ໄວ


 ທ່ານ​ຖາງ​ເຈຍ​ສວນ​ກ່າວ​ວ່າ ຝ່າຍ​ຈີນ​ຍຶດຫມັ້ນ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ສັນຕິ ດ້ວຍການ​ສົນທະນາ​ແລະ​ເຈລະຈາ​ກັນ  ສະຫນັບ ສະຫນູນ​​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ເຫນືອ​ໃຕ້​​ຂອງ​ແຫຼມ​ເກົາຫຼີ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຢ່າງ​ບໍ່​ຢຸດ​ຢັ້ງ


ທ່ານ​ລີ​​ໄຮ​ຈັນ​ກ່າວ​ວ່າ  ສ.​ເກົາຫຼີ​ແລະ​ຈີນ​ມີ​ທັດສະນະ​ແລະ​ຫຼັກ​ຫມັ້ນ​ເປັນ​ເອກະສັນ​ກັນ​ໃນ​ດ້ານ​ເປົ້າ​ຫມາຍ​ທີ່​ບັນລຸ​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ   ຝ່າຍ​ສ.​ເກົາຫຼີ​ໄດ້​ຕີ​ລາຄາ​ສູງ​ຕໍ່ຝ່າຍ​ຈີນ​ທີ່​ໄດ້ເ​ສີມຂະຫຍາຍ​ບົດບາດ​ຕັ້ງຫນ້າ​ທີ່​ສຳຄັນ