ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-01 10:58:32    
ໂຄສົກ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ຕິ​ຕຽນ​ຄຳ​ວິ​ຈານ​ຂອງ​ຜູ້​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ທີ່​ບິດ​ເບືອນ​ຮົງ​ກົງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 30 ມິຖຸນາ, ​ໂຄສົກ​ອົງການ​ປົກຄອງ​ເຂດ​ພິເສດ​ຮົງ​ກົງ​ໄດ້​ຕິຕຽນ​ຖ້ອຍ​ຄວາມຂອງ​ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນທີ່ບິດ​​ເບືອນ​ແລະ​ບໍ່​ມີຫຼັກອ້າງ​ອີງ​ຊິ່ງປະກາດ​ໃນ​​ເຂດ​ພິ​ເສດ​ຮົງ​ກົງ​ສ້າງຕັ້ງຂຶ້ນ​ຄົບຮອບ 8 ປີ.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ​ແຕ່​ຮົງ​ກົງ​ກັບ​ຄືນ​ສູ່ປະ​ເທດ​ຊາດແລະ​ສ້າງຕັ້ງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ເມື່ອ​ປີ 1997 ​ເປັນຕົ້ນມາ, ປະ​ເທດ​ດຽວ​ສອງ​ລະບອບ​​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນນີ້​ແມ່ນ​ເລື່ອງ​ຈິງ​ທີ່​​​ໃຜໆ​ກໍ​ໄດ້​ເຫັນ​ກັບ​ຕາ​ແລ້ວ.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ​​ເມື່ອກັບ​ຄືນ​ສູ່ປະ​ເທດ​ຊາດ​​​ແລ້ວ, ຮົງ​ກົງ​​ໄດ້​ຄອງ​ຖານະ​​ສູນ​ທະນາຄານ​ແລະ​ການ​ຄ້າ​ສາກົນ​ຕໍ່​ມາ. ປີ​ກາຍ​ນີ້, ບໍລິສັດ​ຕ່າງປະ​ເທດ​ກາຍ 3600 ​ກວ່າ​ບໍລິສັດ​ໄດ້​ຕັ້ງສຳນັກ​ງານ​ເຂດ​ແຄວ້ນຫລື​ສຳນັກງານ​ໃຫຍ່​​ເຂດ​ແຄວ້ນ​ຢູ່​ຮົງ​ກົງ, ​​​ໄດ້​ເພີ່ມ​ຂຶ້ນຫລາຍ​ກວ່າ 43% ​ເມື່ອ​ທຽບ​ກັບ​ປີ 1997, ​​ເຊິ່ງ​ເປັນສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ, ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ຮົງ​ກົງ.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ​ເສລີພາບ ສິດ​ມະນຸດ ການ​ປົກຄອງ​ຕາມ​ກົດໝາຍ ​ແລະ​ອິດສະຫຼະ​ດ້ານ​ຕຸລາການ​ກໍ​ມີ​ການ​ຮັບປະກັນ​ຢ່າງ​ເຕັມ​ສ່ວນ​ຢູ່​ຮົງ​ກົງ. ສື່​ມວນ​ຊົນ​ຮົງ​ກົງ​ມີ​ເສລີພາບ​ລະດັບ​ສູງ​ສຸດ​ໃນ​ເຂດ​ອາຊີ, ລະບອບຍຸດຕິ​ທຳ​ຂອງຮົງ​ກົງກໍ່​ດີກວ່າ​​ເພີ່ນຢູ່​ອາຊີ.