ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-04 14:43:55    
ຈີນ​ຍິນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ລາວ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 4 ກໍລະກົດ ຢູ່​ຄຸນ​ມິ​ງ ​ເມືອງ​ພາກ​ໃຕ້​ຂອງ​ຈີນ ​ໃນ​ເວລາ​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ພົບ​ປະ​ທ່ານ​ບຸນ​ຍັງ ວໍລະ​ຈິດ ນາຍົກ​ລັດຖະ​ມົນຕີ​ລາວ​ທີ່ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ 2 ຂອງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ນັ້ນ ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ,ສົ່ງ​ເສີມ​ແລະ​ສະໜັບ​ສະໜູນ​ວິ​ສາ​ຫະກິດຈີນ​ໄປ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ວຍ​ຫຼາຍຮູບ​ການ​ຢູ່​ລາວ.


ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ,ຝ່າຍ​ຈີນ​ຍິນ​ດີອີງ​ຕາມຫຼັກການ​ທີ່"ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ສະ​ແຫວງ​ໝາກຜົນ​ຕົວ​ຈິງ,​ໃຊ້​ຫຼາຍ​ຮູບ​ການ​ພ້ອມ​ກັນ​ພັດທະນາ",ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ເນັ້ນວ່າ,​ຝ່າຍ​ຈີນ​ຈະ​ສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອ​ທາງ​ເສດຖະກິດ​ເຕັກນິກ​​ໃຫ້​ແກ່​ລາວຕາມ​ຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ບຸນ​ຍັງ​ເວົ້າວ່າ,ລັດຖະບານ​ແລະ​ປະຊາຊົນ​ລາວຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຝ່າຍ​ຈີນທີ່​ໄດ້​ໃຫ້​ການ​ສະໜັບ​ສະໜູນ​ຊ່ອຍ​ເຫຼືອ​ແກ່ຝ່າຍ​ລາວ​ມາເປັນ​ເວລາ​ຍາວ​ນານ. ທ່ານ​ເວົ້າວ່າ,ຝ່າຍ​ລາວ​ຫວັງ​ໃຫ້​ສອງ​ປະ​ເທດ​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື,ຊົມ​ເຊີຍ​ວິ​ສາ​ຫະກິດ​ຈີ​ນ​ໄປ​ລົງທຶນ​ຢູ່​ລາວ​ຫຼາຍ​ກວ່າ​ເກົ່າ,​ເຂົ້າຮ່ວມ​ການ​ບຸກ​ເບີກ​ພັດທະນາ​ໄຟຟ້າ​ນ້ຳຕົກ,​ກະສິກຳ​ແລະ​ຊັບພະ​ຍາກອນ​ບໍ່​ແຮ່​ຂອງ​ລາວ.


ທ່ານ​ເວີ່ນ​ເຈຍ​ປາວ​ພົບ​ປະ​ທ່ານ​ຟານ​ວັນຂ້າຍ ນາຍົກ​ລັດຖະ​ມົນຕີ​ຫວຽດນາມ

ມື້​ດຽວ​ກັນ ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ໄດ້​ພົບ​ປະ​ທ່ານ​ຟານ​ວັນຂ້າຍ ນາຍົກ​ລັດຖະ​ມົນຕີ​ຫວຽດນາມ​ແລະ​ທ່ານ​ໂຊ​ວິນ ນາຍົກ​ລັດຖະ​ມົນຕີ​ມຽນມາ.


ທ່ານ​ເວີ່ນ​ເຈຍ​ປາວ​ພົບ​ປະ​ທ່ານທ່ານ​ໂຊ​ວິນ ນາຍົກ​ລັດຖະ​ມົນຕີ​ມຽນມາ​

ໃນ​ການ​ພົບ​ປະ​ເຫຼົ່ານີ້,ທ່ານ​ເວີນ​ເຈຍ​ປາວ​​ໄດ້​ກ່າວ​ເຖິງ​ການ​ຮ່ວມ​ມື​ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ,ທ່ານ​ເວົ້າວ່າ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ນຳ​ບົດບາດ​ສຳຄັນ​ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ໃນ​ການ​ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ,​ແລະມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ. ຝ່າຍ​ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ທີ່"ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ​ມິດ​",​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ,ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ,ພ້ອມ​ກັນ​ປະກອບ​ສ່ວນ​ເພື່ອ​ການ​ພັດທະນາ​ຮອບດ້ານ​ຂອງ​ພາກ​ພື້ນ​ຕົນ​ແລະ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ.