ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-05 10:42:04    
ກອງ​ປະຊຸມ​ຜູ້​ນຳ​ຄັ້ງ​ທີ​ສອງ​ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ໄຂ​ຂຶ້ນ​ຢູ່​ຄຸນ​ມິງ

cri Author: li

ຕາມ​ຂ່າວ CRI: ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ​ສອງ​ຂອງ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​​ໄດ້ໄຂ​ຂຶ້ນຢູ່​ຄຸນ​ມິ​ງ ​ເມືອງ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ 5 ກໍລະກົດ. ຜູ້ນຳ​ຂອງ 6 ປະ​ເທດ GMS ຈະ​ໝູນ​ອ້ອມ​ຫົວ​ຂໍ້​ທີ່​ວ່າ"​ເສີມ​ສ້າງ​ການ​ພົວພັນ​ຄູ່​ຂາ​ຮ່ວມ​ມື,ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ນຳ​ກັນ",ພ້ອມ​ກັນ​ຫວນ​ຄືນ​ຜົນສຳ​ເລັດ​​ໃນ​ກາ​ນຮ່ວມ​ມື,ພ້ອມ​ກັນ​ສະ​ແຫວງ​ຫາ​ແຜນ​​ພັດທະນາ​ໃນ​ອະນາຄົດ.

ຕາມ​ຊາບ​ວ່າ,ຫົວ​ຂໍ້​ຫາລື​ຂອງ​ກອງ​ປະຊຸມ​ລວມມີ​ຜົນສຳ​ເລັດ​ກັບ​ການ​ທ້າ​ທາຍ,​ຫຼັກການ​ຊີ້​ນຳ​ການ​ຮ່ວມ​ມື​GMS,ການ​ເຄື່ອນ​ໄຫວ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ​​ເປັນ​ຕົ້ນ. ນອກ​ນີ້ ການ​ອະນຸລັກ​​ຊີວະ​ຊາດໃຫ້​ມີຫຼາຍ​ຢ່າງຫຼາຍ​ແນວ​​,​ເຮັດ​ໃຫ້ການ​ລົງ​ທຶນ​ການ​ຄ້າໃຫ້​ສະດວກ​ກວ່າ​ເກົ່າ​ແລະ​ການ​ກໍ່ສ້າງ​ທາງ​ດ່ວນ​ຂໍ້​ມູນ​ຂ່າວສານ​ເປັນຕົ້ນກໍ​ແມ່ນ​ບັນຫາ​ຈຸດ​ໜັກ​ທີ່​ກອງ​ປະຊຸມ​ເທື່ອ​ນີ້​ຈະ​ຫາລືກັນ.

ຜູ້ນຳ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຊັ່ນທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ,ທ່ານຮຸນ​ແຊນ ນາຍົກ​ລັດ​ຖະ​ມົນ​ຕີ​ກຳປູ​ເຈຍ,ທ່ານ​ທັກ​ສິນ ຊິນນະ​ວັດ ນາຍົກ​ລັດຖະມົນຕີ​ໄທ​ແລະ​ທ່ານ​ຄູ​ໂຣດາ ຮາ​ຣູຮີ​ໂຄ ຜູ້​ວ່າ​ການ​ທະນາຄານ​ພັດທະນາ​ອາຊີ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

1  2  3  4