ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-05 11:13:53    
ກອງ​ປະຊຸມ​ຜູ້​ນຳ​ຄັ້ງ​ທີ​ສອງ​ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ໄຂ​ຂຶ້ນ​ຢູ່​ຄຸນ​ມິງ

cri Author: li
ຕາມ​ຂ່າວ CRI: ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ​ສອງ​ຂອງ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​​ໄດ້ໄຂ​ຂຶ້ນຢູ່​ຄຸນ​ມິງ ​ເມືອງ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ 5 ກໍລະກົດ.

ກອງ​ປະຊຸມ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ:"​ເສີມ​ສ້າງ​ການ​ພົວພັນ​ຄູ່​ຂາ​ຮ່ວມ​ມື,ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ນຳ​ກັນ",ຜູ້ນຳ 6 ປະ​ເທດ​ຄື​ຈີນ,ກຳປູ​ເຈຍ,ລາວ,ມຽນມາ,​ໄທ​ແລະ​ຫວຽດນາມ​ພ້ອມ​ດ້ວຍ​ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ​ຈະ​ຫາລື​ກັນ​ກ່ຽວ​ກັບ​ຜົນສຳ​ເລັດ​ກັບ​ການ​ທ້າ​ທາຍ,​ຫຼັກການ​ຊີ້​ນຳ​ການ​ຮ່ວມ​ມືGMS,ການ​ເຄື່ອນ​ໄຫວ​ໃນ​ອະນາຄົດ​​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຫົວ​ຂໍ້​ອື່ນໆ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ,ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ,ທ່ານ​ໄດ້​ວາງ​ຂໍ້​ສະ​ເໜີ​ລະອຽດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​GMS. ​ຕົ້ນຕໍ​ແມ່ນ: ​ໃນ​ພາຍ​ໜ້າ ບັນດາ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ,​ຊຸກ​ຍູ້​ໃຫ້ການ​ລົງທຶນ​ການ​ຄ້າ​ສະດວກ​ກວ່າ​ເກົ່າ,​ເຮັດ​ໃຫ້ການ​ຮ່ວມ​ມື​ພັດທະນາ​ກະສິກຳ​ລົງ​ສູ່​ລວງ​ເລິກ,​ເອົາ​ໃຈ​ໃສ່​​ອະນຸລັກ​ຊັບພະ​ຍາກອນ​ແລະ​ສິ່ງ​ແວດ​ລ້ອມ,​ເພີ່ມ​ທະວີ​ການ​ອົບຮົມ​ຊັບພະ​ຍາກອນ​ມະນຸດ,​ຕັ້ງໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາທາ​ລະນະ​ສຸກ,ຊອກ​ຫາ​ຊ່ອງ​ທາງຫ້າງ​ຫາ​ທຶນ​ພັດທະນາ​ຈາກ​ຫຼາຍດ້ານ.