ຕາມຂ່າວສານຊິນຮວາ ວັນທີ 5 ກໍລະກົດ ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ ທ່ານຈັ່ງປາຍ ຮອງຫົວຫນ້າກົມວັດຖຸບູຮານແຫ່ງຊາດຈີນໄດ້ເຜີຍໃຫ້ຮູ້ວ່າ ຈີນຈະເລີ່ມປະຕິບັດໂຄງການອະນຸລັກຮ່ອງຮອຍປະຫວັດສາດ ຂະຫນາດໃຫຍ່ແຕ່ປີນີ້ເປັນຕົ້ນໄປ ແຕ່ລະປີຈະລົງທຶນ 250 ລ້ານຢວນເພື່ອອະນຸ ລັກຮັກສາຮ່ອງຮອຍປະຫວັດສາດຂະຫນາດໃຫຍ່ທີ່ມີຜົນສະທ້ອນສຳຄັນເປັນຈຸດຫນັກ
ທ່ານແນະນຳວ່າ ຈີນເລີ່ມປະຕິບັດໂຄງການອະນຸລັກຮ່ອງຮອຍປະຫວັດສາດຂະຫນາດໃຫຍ່ ຈຸດປະສົງແມ່ນເພື່ອໂຮມສູນແກ້ໄຂບັນຫາອັນພົ້ນເດັ່ນທີ່ປະເຊີນໃນການອະນຸລັກຮ່ອງຮອຍປະຫວັດສາດຂະຫນາດໃຫຍ່ທີ່ມີຄວາມຫມາຍເປັນແບບຢ່າງ ປັດຈຸບັນ ຝ່າຍທີ່ກ່ຽວຂ້ອງຂອງຈີນພວມຈັດຕັ້ງຮຽບຮຽງຫົວຂໍ້ສຳຄັນຂອງແຜນການອະນຸລັກຮ່ອງຮອຍ ປະຫວັດສາດຂະຫນາດໃຫຍ່ 36 ແຫ່ງໃນທົ່ວປະເທດ
|