ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 15:40:45    
ປັກ​ກິ່ງ​ຈັດງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ລະ​ລຶກ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ແລະ​ສົງ​ຄາມ​ຕ້ານ​ຟະ​ຊິກ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ

cri Author: MO
ຕາມ​ຂ່າວCRI:ງານ​ວາງສະ​ແດງ​ຂະໜາດ​ໃຫຍ່​ລະ​ລຶກສົງ​ຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະສົງຄາມຕ້ານ​ຟະ​ຊິກ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະຄົບຮອບ 60 ປີ​ໄດ້​ເປີດ​ສາກ​ຢູ່​ຫໍລະ​ລຶກສົງຄາມ​ປະຊາຊົນ​ຈີນຕໍ່ຕ້ານ​ຍີ່​ປຸ່ນທີ່​ປັກ​ກິ່ງ​ໃນ​ວັນ​ທີ 7 ກໍລະ​ກົດ.

ງານວາງສະ​ແດງ​ຂະໜາດ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ວ່າ"​ໄຊຊະນະ​ທີ່​ຍິ່ງ​ໃຫຍ່"​ໄດ້ວາງສະ​ແດງ​ວັດຖຸ 800 ກວ່າ​ເຄື່ອງ, ຮູບ​ພາບ 600 ກວ່າ​ແຜ່ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນງາມຄວາມດີທາງ​ປະຫວັດສາດ​ຂອງ​ປະຊາຊົນ​ຈີນທີ່​ໂຈມ​ຕີ​ການ​ຮຸກ​ຮານ​ຂອງລັດທິ​ລັດຖະທະຫານ​ຍີ່​ປຸ່ນ​ໃຫ້​ປະລາ​ໄຊ​ໄປ, ​ແລະ​ຖານະ​ສຳຄັນ​ຂອງ​ສົງ​ຕາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ​ໃນ​ສົງຄາມ​ຕ້ານ​ຟະ​ຊິກ​ຂອງ​ໂລກ.

ຕາມ​ຊາບ​ວ່າ, ງານວາງສະ​ແດງ​ເທື່ອ​ນີ້​ຈະ​ຈັດ 2 ​ເດືອນ, ຫລັງ​ຈາກ​ນັ້ນ, ຍັງ​ຈະ​ຖື​ເປັນ​ງານວາງສະ​ແດງ​ຍາວ​ນານ​ຂອງ​ຫໍ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າຊົມ.