ຕາມຂ່າວສານຊິນຮວາ: ພາຍຫຼັງເຂົ້າຮ່ວມກອງປະຊຸມຜູ່ນຳGMSຄັ້ງທີ 2 ອາທິດນີ້ແລ້ວ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ຢ້ຽມຢາມແຂວງກວຍໂຈວ, ເພື່ອຊອກຫາການຮ່ວມມືກັບແຂວງກວຍໂຈວໃນຫຼາຍດ້ານ.
ໃນການເຈລະຈາກັບທ່ານສຽນຢູນລູ ເລຂາພັກແຂວງກວຍໂຈວ, ທ່ານຮຸນແຊນກ່າວວ່າ, ຈຸດປະສົງການຢ້ຽມຢາມຂອງທ່ານແມ່ນເພີ່ມທະວີການຮ່ວມມືກັບແຂວງກວຍໂຈວ, ແລະຮຽນບົດຮຽນພັດທະນາເສດຖະກິດຂອງແຂວງກວຍໂຈວ. ທ່ານຫວັງໃຫ້ກຳປູເຈຍມີການຮ່ວມມືອັນລະອຽດກັບແຂວງກວຍໂຈວຢູ່ພາຍໜ້າ, ແລະເຊື້ອເຊີນແຂວງກວຍໂຈວເຂົ້າຮ່ວມການພັດຖະນາແລະການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ.
|