ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-11 20:10:01    
ສູນ​ຄົ້ນຄວ້າ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກັບ​ຄະ​ນະ​ຢ້ຽມ​ຢາມ​ແຜ່ນ​ດິນ​ໃຫຍ່​ຂອງ​ພັກ​ຊິນ​ຕັງ​ຈັດ​ງານ​ສົນ​ທະ​ນາ​ກັນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ກໍລະກົດ ຢູ່​ທີ່​ປັກ​ກິ່ງ ສູນ​ຄົ້ນຄວ້າ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ຄະນະ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່​ເພື່ອ​ລະ​ລຶກ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ 60 ປີ​ຂອງ​ພັກ​ຊິນ​ຕັງ​ໄດ້​ຈັດ​ງານ​ສົນ​ທະນາ. ຜູ້​ຮ່ວມ​ປະຊຸມ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ສອງ​ຝັ່ງ​ຄວນ​ຢືນ​ຢູ່​ໃນ​ຫຼັກໝັ້ນ​ແຫ່ງ​ປະຊາ​ຊາດ,ຖື​ຄວາມ​ສຸກ​ຂອງ​ປະຊາຊົນ​ເປັນ​ບ່ອນ​ອີງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍດ.

​ໃນ​ເວລາ​ທ່ານ​ຢູ້ມູ້​ມິ​ງ ປະທານ​ພັກ​ຊິນ​ຕັງ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ງານ​ສົນທະນາ,ທ່ານ​ເວົ້າວ່າ,ພັກ​ຊິນ​ຕັງ​ຈະ​ຢືນ​ຢູ່​ຫຼັກໝັ້ນ​ຂອງ​ປະຊາ​ຊາດ​ຈີນ,ພ້ອມ​ກັນ​ກັບ​ລູກຫຼານ​ປະຊາ​ຊາດ​ຈີນ​ທຸກ​ຖ້ວນ​ໜ້າ,ສືບ​ຕໍ່​ສະ​ແຫວ​ງ​ໃຫ້ສອງ​ຝັ່ງ​ໂຮມ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ,​ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ,ສຸມ​ກຳລັງ​ເຂົ້າ​ໃນ​ການ​ຍົກ​ອິດ​ທິພົນ​ຊື່​ສຽງ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ.